ອັງກິດ​ພ້ອມ​ເລືອກ​ຕັ້ງ​​ໃນ​ວັນ​ທີ 8 ມິຖຸນາ​ນີ້
2017-06-05 12:00:40  cri 
ຕາມ​ຂ່າວສານ​ຈີນ:ຫຼັງລອນ​ດອນ​ເກີດ​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍ​ອີກ,ສອງ​ພັກ​ການ​ເມືອງ​ໃຫຍ່​ຂອງ​ອັງກິດ​ໄດ້​ປະກາດ​ຢຸດ​ການ​ຫາສຽງກ່ອນການເລືອກຕັ້ງເພື່ອສຸມກຳລັງເຂົ້າໃນ​ແຜນການ ຕ້ານການກໍ່ການຮ້າຍ.​​ ​ແນວ​ໃດ​ກໍ​ດີ,​ທ່ານ​ນາງ​ເຕ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ​ກ່າວ​ຢືນຢັນໃນ​ວັນ​ທີ 4 ມິຖຸນາ​ນີ້​ວ່າ,ປະ​ເທດ​ຕົນ​ຈະ​ຈັດການ​ເລືອກ​ຕັ້ງ​ຕາມ​ແຜນການ​ໃນ​ວັນ​ທີ 8 ​ເດືອນ​ນີ້.
ທ່ານ​ນາງ​ເຕ​ເຣຊາ ​ເມ​ກ່າວ​ໃນ​ວັນ​ດັ່ງກ່າວ​ວ່າ,ພັກ​ອະນຸລັກ​ນິຍົມ​ແລະ​ພັກ​ກຳມະກອນ​ຈະ​ຢຸດ​ການ​ຫາ​ສຽງ​​ຊົ່ວຄາວ​ເພື່ອ​ສະ​ແດງ​ຄວາມ​​ເສຍ​ໃຈຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍທັງ​ເດັດດ່ຽວ​ບໍ່​ໃຫ້​​ເຫດການຮຸນ​ແຮງທຳລາຍ​ຂະ​ບວນການ​ປະຊາທິປະ​ໄຕ,ຈາກ​ນີ້​,ການຫາ​ສຽງ​ຂອງ​ພັກ​ການ​ເມືອງ​ຕ່າງໆ​ຈະ​ຈັດ​ຂຶ້ນ​ໃໝ່​ອີກໃນ​ວັນ​ຈັນ​ນີ້​ແລະ​ການ​ເລືອກ​ຕັ້ງ​ກໍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ພະຫັດ​ຕາມ​ແຜນການ.
ຕອນ​ທ່ຽງ​ຄືນ​ວັນ​ທີ 3 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,​ໃຈກາງ​ເມືອງ​ລອນ​ດອນ​ໄດ້​ເກີດ​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍ​​​ສົ່ງ​ຜົນ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ​ແລະ 48 ຄົນບາດ​ເຈັບ. ​ຂະນະ​ທີ່ 3 ​ເດືອນຜ່ານ​ມາ,ອັງກິດ​ໄດ້​ເກີດ​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍມາ​ແລ້ວ 3 ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ