ຈີນ-​ເນ​ປານ​ຮ່ວມມື​ພັດທະນາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ
2017-06-05 16:27:58  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກຸ່ມ​ບໍລິສັດ​ເກີ​ໂຈ່​ວປ້າ​ຈີນ​ແລະ​ລັດຖະບານ​ເນ​ປານ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ຢູ່​ເຮືອນ​ພັກ​​ທາງ​ການນາຍົກລັດຖະມົນຕີປະ​ເທດ​ດັ່ງກ່າວ​​ໃນ​ວັນ​ທີ 4 ມິຖຸນາ​ນີ້ເຊິ່ງ​ໄດ້​​ເປັນ​ພື້ນຖານ​ໃຫ້​ແກ່​ສອງ​ຝ່າຍ​ຮ່ວມ​ມື​ກັນ​ພັດທະນາ​ແລະ​ກໍ່ສ້າງ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ບຸ​ດິກັນ​ດາ​ກີ​ທີ່​ມີ​ກຳລັງ​ຕິດຕັ້ງ​ 1.200 ​ເມ​ກາ​ວັດ.
​ໃນ​ໂອກາດ​ດຳ​ເນີນກອງ​ປະຊຸມ​ຄະນະ​ລັດຖະບານ​ເມື່ອ​ທ້າຍ​ເດືອນ​ຜ່ານ​ມາ,ລັດຖະບານ​ເນ​ປານ​ໄດ້​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ຂອງ​ກະຊວງ​ພະລັງງານ​ໃນ​ດ້ານ​ຫຼັກການ​ໂດຍ​ມອບ "​ໂຄງການ​​ແຫ່ງກຽດ​ສັກ​ສີຂອງ​ລັດ"ດັ່ງກ່າວ​ນີ້​ໃຫ້​ກຸ່ມ​ບໍລິສັດ​ເກີ​ໂຈ່​ວປ້າ​ຈີນ​ດ້ວຍ​ຮູບ​ການ​ຮັບ​ເໝົາ​ໂຄງການ.
​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນີ້​​ເປັນ​ເຂື່ອນ​ໄຟຟ້າ​ແບບ​ກັກ​ເກັບ​ນ້ຳ​ເຊິ່ງຫ່າງ​ຈາກ​ນະຄອນຫຼວງກັດ​ມານ​ດູ​ປະມານ 80 ກິ​ໂລ​ແມັດ​ແລະ​ຖືກ​ຖື​ເປັນ​ຂໍ​ກະ​ແຈ​ໃນ​ການ​ປ່ຽນ​ແປງ​ສະພາບ​ຂາດ​ເຂີນໄຟຟ້າ​ເປັນ​ເວລາ​ດົນ​ນານ​ຂອງ​ເນ​ປານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ