ເກີດ​ເຫດແຟນ​ບານ​ເຕະ​ອີ​ຕາ​ລີ​ຢຽບ​ກັນ​ໃນ​ຂະ​ນະ​ຊົມ​ບານ​ຢູ່​ສະ​ໜາມຫຼວງ
2017-06-05 10:53:56  cri 
ຕອນ​ເຊົ້າ​ມືດ​ວັນ​ທີ 4 ມິ​ຖຸ​ນາ​​ນີ້ຕາມ​ເວ​ລາ​ປັກ​ກິ່ງ, ການ​ແຂ່ງ​ຂັນ​ຮອ​ບ​ຊີງ​ຊະ​ນະ​ເລີດ​ໃນ​ລາຍ​ການ the UEFA Champions League ​ໄດ້ຈັ​ດ​ຂຶ້ນ​ຢູ່​ເວວ​ສ໌​​ປະ​ເທດ​ອັງ​ກິດ ເຊິ່ງ​ເປັນ​ການ​ພົວ​ພັນ​ລະ​ຫວ່າງທີມ​ຈູ​ເວນ​ຕູ​ສ໌​ຈາກ​ອີ​ຕາ​ລີ​​ກັບ​ທີມຣີນ​ມາດ​ຣິດ​​ຈາກ​ແອ​ສ​ປາຍ ໂດຍມີ​ແຟນ​ບານ​ອີ​ຕາ​ລີ​ປະ​ມານ 3 ໝື່ນ​ຄົນ​​ເຂົ້າຊົມ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ຢູ່​ໜ້າໂທ​ລະ​ພາບ​ໃຫຍ່​ສະ​ໜາມຫຼວງ​ຊັນ​ກາ​ໂລ​ເມືອງ​ໂຕ​ຣີ​ໂນ.

ຂ່າວ​ແຈ້ງວ່າ, ​ການ​ແຂ່ງ​ຂັນ​ໃນ​ເຄິ່ງ​ເວ​ລາ​ທີ​ສອງ, ມີ​ຄົນ​ເຈດ​ຕະ​ນາ​ແລ່ນອອກ​ຈາກ​ສະໜາມຫຼວງ ​ເຊິ່ງ​ເຫດ​ການ​ດັ່ງ​ກ່າວ​ເຮັດ​ໃຫ້ກຸ່ມ​ຄົນ​​ຢ້ານ​​ແລະ​​ຕ່າງ​ຄົນ​ຕ່າງ​ປົບ​ໜີ​ອັນ​ມາ​ສູ່​ເຫດ​ການ​ຢຽບ​ກັນ ໂດຍຫຼ້າ​ສຸດ​​ມີ​ເກືອບ 1500 ຄົນ​ບາດ​ເຈັບ, ໃນ​ນັ້ນ​ສ່ວນຫຼາຍ​ບາດເຈັບ​​ເລັກ​ໜ້ອຍ, ແຕ່​ຢ່າງ​ໜ້ອຍ​​ກໍມີ 8 ຄົນ​​ບາດ​ເຈັບ​ສາ​ຫັດ ເຊິ່ງ​ລວມ​ທັງ ເດັກ​ຊາຍ​ອາ​ຍຸ 7 ປີ​​ໜຶ່ງຄົນ​.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ໂຕ​ຣີ​ໂນ​ກ່າວ​ວ່າ, ​ສາເຫດ​ທີ່​ພາ​ໃຫ້ກຸ່ມ​ຄົນ​ຢ້ານອາດ​ຈະ​ມີ​ຄົນ​ຈູດ​ໝາກ​ກະ​ໂພກ. ​ຂະ​ນະ​ທີ່ໜັງ​ສື​ພິມ "La Stampa" ​ກໍລາຍ​ງານ​ວ່າ, ຮົ້ວ​​ຢູ່ບ່ອນ​ໜຶ່ງ​ໄດ້​ລົ້ມ​ລົງ​ກໍ​ອາດ​ຈະ​​ເປັນ​ສາ​ເຫດ​​ພາ​ໃຫ້​ກຸ່ມ​ຄົນ​ຢ້ານ​ແລະ​ຢຽບ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ