ທ​ະ​ນາ​ຄານ​ໂລກ​ຄາດ​ປີ​ນີ້​ເສດ​ຖະ​ກິດ​ທົ່ວ​ໂລກ​ຈະ​ເຕີບ​ໂຕ 2,7%
2017-06-05 10:54:34  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທະ​ນາ​ຄານ​ໂລກ​ໄດ້​ເຜີຍ​ແຜ່ "ຄວາມ​ຄາດ​ໝາຍ​ເສດ​ຖະ​ກິດ​ໂລກ" ສະ​ບັບຫຼ້າ​ສຸດ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້​​ໂດຍ​ເຫັນວ່າ, ​ເນື່ອງ​ຈາກ​ຂະ​ແໜງ​ການ​ຜະ​ລິດ​ແລະ​ການ​ຄ້າ​ທົ່ວ​ໂລກ​ໄດ້​ຟື້ນ​ຕົວ​ຄືນ ແລະ​ຄວາມ​ໝັ້ນ​ໃຈ​ໃນ​ຕະຫຼາດ​​ກໍ​ດີ​ຂຶ້ນ ແລະ​ຈາກ​ນີ້​ຈິ່ງຄາດ​ວ່າ ຈັງ​ຫວະ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ທົ່ວ​ໂລກ​​ປີ 2017 ຈະ​ເພີ່ມ​ຂຶ້ນ​ຈາກ 2,4% ຂອງ​ປີ 2016 ​ເປັນ 2,7% ​ເຊິ່ງ​ສອດ​ຄ່ອງ​ກັບຄາດ​ໝາຍ​​ທີ່​ຕັ້ງ​ໄວ້ໃນ​ເດືອນ​ມັງ​ກອນ​ປີ​ນີ້, ຂະ​ນະ​ດຽວ​ກັນ​ກໍ​ໄດ້​ຮັກ​ສາ​​ຄາດ​ໝາຍ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2018 ແລະ​ປີ 2019 ຢູ່​ໃນ​ລະ​ດັບ 2,9% ເໝືອນ​ເດີມ.

ບົດ​ລາຍ​ງານ​ຄາດ​ວ່າ, ເສດ​ຖະ​ກິດ​ຂອງ​ຕະຫຼາດ​ຈະ​ເລີນ​ໃໝ່​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ຈະ​ເຕີບ​ໂຕ 4,1%ໃນ​ປີ​ນີ້ ແລະ​ຈະ​ເຕີບ​ໂຕ 4,5% ໃນ​ປີ 2018 ແລະ 4,7% ໃນ​ປີ 2019. ໃນ​ນັ້ນ, ເສດ​ຖະ​ກິດ​ຈີນ​ຈະ​ເຕີບ​ໂຕ 6,5% ໂດຍ​ຈະຫຼຸດ​ລົງ​ມາ​ຢູ່​ໃນ​ລະ​ດັບ 6,3% ໃນ​ປີ 2018 ແລະ​ປີ 2019 ​ເຊິ່ງ​ຖື​ວ່າ​ສອດ​ຄ່ອງ​​ກັບ​ຄາດ​ໝາຍ​ທີ່​ຕັ້ງ​ໄວ້ໃນ​ເດືອນ​ມັງ​ກອນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ