ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ຍຶດ​ເຂດ​ທີ່​ໝັ້ນ​ທີ່​ສຳ​ຄັນ​ຂອງ​ກຸ່ມ IS
2017-06-05 16:14:38  cri 
    ຕາມ​ຂ່າວ​ສາ​ນ​ຊິນ​ຮ​ວາ: ເຈົ້າ​ໜ້າ​ທີ່​ທະ​ຫານ​ຊີີ​ຣີ​ກ່າວ​ວ່າ, ​ວັນ​ທີ 4 ມິ​ຖຸ​ນານີ້,​ ກອງ​ທັບ​ລັດ​ຖະ​ບານ​ສາ​ມາດ​ຍຶດ​ເອົາ​ມາ​ສ​ຄາ​ນາ ເຂດ​ທີ່​ໝັ້ນ​ທີ່​ສຳ​ຄັນ​ຂອງກຸ່ມຫົວ​ຮຸນ​ແຮງ IS ຢູ່​ພາກ​ຕາ​ເວັນ​ອອກ​ແຂວງ​ອາ​ເລັບ​ໂປ ທາງ​ພາກ​ເໜືອ​ປະ​ເທດ​ຕົນ​ໄດ້​ແລ້ວ ແລະຖື​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​​ທີ່ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ຢ່າງໃຫຍ່ຫຼວງ.

    ຂ່າວ​ສານ​ຊີ​ຣີ ໄດ້​ອ້າງ​ຕາມ​ການ​ເປີດ​ເຜີຍຂອງ​ເຈົ້າ​ໜ້າ​ທີ່​ທະ​ຫານ​ໂດຍ​ລາຍ​ງານ​ວ່າ, ກອງ​ທັບ​ລັດ​ຖະ​ບານ ​ສາ​ມາດ​ຍຶດ​ເອົາ​ມາ​ສ​ຄາ​ນາ ເມືອງ​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ ແລະ​ບ້ານ​ຈຳ​ນວນ​ໜຶ່ງ ທັງຍຶດ ​ສິ່ງກໍ່​ສ້າງ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ຄືນ​ ເຊິ່ງ​​ເປັນ​ຕົ້ນສະ​ຖາ​ນີ​​ນ້ຳ​ປະ​ປາສອງ​ແຫ່ງ ແລະ​ຍັງ​​ສາ​ມາດ​ທຳ​ລາຍ​ໝາກ​ແຕກ​ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ຝັງ​ໄວ້.

    ອົງ​ການ​ສັງ​ເກດ​ການ​ມະ​ນຸດ​ສະ​ທຳ​ຊີ​ຣີ ທີ່​​ມີສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນຫຼວງ​ລອນດອນ​ປະ​ເທດ​ອັງ​ກິດ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ເມືອງມາ​ສ​ຄາ​ນາ ແມ່ນ​ເຂດ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມ IS ຢູ່​ແຂວງ​ອາ​ເລັບ​ໂປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ