ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນ​ຍາ​ປາ​ຣີນັ້ນ ບໍ່​ສາ​ມາດ​ກີດ​ຂວາງ​ທ່າ​ອ່ຽງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດຂອງ​ທົ່ວ​ໂລກ
2017-06-05 16:24:24  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຫຼັງທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍດີອາ​ເມ​ລິ​ກາ ໄດ້​ປະ​ກາດ​ການ​ຕົກ​ລົງ​ຖອນ​ອອກ​ຈາກ​ສັນ​ຍາ​ປາ​ຣີ​ໃນວັນ​ທີ 1 ມິ​ຖຸ​ນານັ້ນ, ຜູ້​ຊ່ຽວ​ຊານຫຼາຍ​ຄົນ​ຊີ້​ໃຫ້​ເຫັນ​ວ່າ, ສັນ​ຍາ​ປາ​ຣີ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ ແລະ​ການ​ທີ່ອາ​ເມ​ລິ​ກາ​ປະ​ເທດ​ດຽວ​ຖອນ​ອອກນັ້ນ ​ກໍບໍ່​ສາ​ມາດ​ປ່ຽນ​ແປງ​ທ່າ​​ອ່ຽງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ທົ່ວ​ໂລກ​ໄດ້.

    ກ່ອນ​ໜ້ານີ້​ຄືວັນ​ທີ 12 ທັນ​ວາ 2015, 196 ສະ​ມາ​ຊິກ​ທີ່ເຊັນ​ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາສັນ​ຍາ​ປາ​ຣີ​ໃນ​ກອງ​ປະ​ຊຸມ​ໃຫຍ່​ການ​ປ່​ຽນ​ແປງດິນ​ຟ້າ​ອາ​ກາດ​ປາ​ຣີ ເຊິ່ງ​ເປັນ​ສັນ​ຍາ​ທີ່​ຮອ​ບ​ດ້ານ, ກ້ຳ​ເກິ່ງ​ກັນ​ແລະ​ແຂງ​ແຮງ ທັງ​ເປັນ​ການ​ຊີ້​ທິດ​ແລະ​ເປົ້າ​ໝາຍ​ໃຫ້​ແກ່​ທົ່ວ​ໂລກ​ໃນ​ການ​ຮ່ວມ​ກັນຮັບ​ມື​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດຫຼັງ​ປີ 2020 ໂດຍ​ກຳ​ນົດ​ໄວ້​ວ່າ, ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ຕ້ອງ​ສືບ​ຕໍ່​ຊ່ວຍທຶນ​ໃຫ້ແກ່​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ສົ່ງ​ເສີມ​ປະ​ເທດ​ອື່ນໆ​ອອກ​ທຶນ​ຢ່າງ​ສະ​ໝັກ​ໃຈ.

    ສ່ວນ​ເຫດ​ຜົນ​ຂອງ​ລັດ​ຖະ​ບານ​ທ​ຣຳ​ໃນ​ການ​ຖອນ​ອອກ​ຈາກ​ສັນ​ຍານັ້ນ​ຄື ສັນ​ຍາ​ດັ່ງ​ກ່າວ​ຈະ​ສ້າງ​​ພາ​ລະ​ດ້ານ​ການ​ເງິນ​ແລະ​ເສດ​ຖະ​ກິດ​ທີ່​ໜັກ​​ໜ່ວງ​ໃຫ້​ອາ​ເມ​ລິ​ກາ ໂດຍ​ຈະ​ແບ່ງ​ຊັບ​ສິນ​ໃຫ້​ແກ່​ປະ​ເທດ​ອື່ນ​ໆ​ຢ່າງ​ຂະ​ໜາດ​ໃຫຍ່.

    ແຕ່​ຜູ້​ຊ່ຽວ​ຊານຫຼາຍ​ທ່ານ​ຊີ້​ໃຫ້​ເຫັນ​ວ່າ, ເຫດ​ຜົນ​ເຫຼົ່າ​ນີ້​ຄົງ​ຕົວ​ບໍ່​ໄດ້ ເພາະ​ເຖິງ​ວ່າ​ຂະ​ແໜງ​ການ​ພະ​ລັງ​ງານດັ້ງ​ເດີມ​ຂອງ​ອາ​ເມ​ລິ​ກາ​ບໍ່ຄ່ອຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ປະ​ກອບ​ອາ​ຊີບ​ແລ້ວ​ກໍ​ຕາມ, ແຕ່​ຂະ​ແໜງ​ການ​ພະ​ລັງ​ງານ​ໃໝ່​ຊ້ຳ​ພັດ​ໄດ້​ສ້າງ​ໂອ​ກາດ​ໃນ​ດ້ານນີ້​ໄດ້ຫຼາຍກວ່າ​ຂະ​ແໜງ​ການ​ຖ່ານ​ຫີນ, ນ້ຳ​ມັນ​ເຊື້ອ​ໄຟ ແລະ​ອື່ນໆ​ມາ​ແຕ່​ດົນ​ແລ້ວ.

    ເຖິງວ່າ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນ​ຍາ​ປາ​ຣີ ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ຫ່ວງ​​ກໍ​ຕາມ, ແຕ່​ທ່າອ່ຽງທີ່​ທົ່ວ​ໂລກ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດນັ້ນ ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້. ນອກ​ຈາກ​ອາ​ເມ​ລິ​ກາ​, ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ເຊັ່ນ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ຍີ່​ປຸ່ນ​ເປັນ​ຕົ້ນ ລ້ວນ​ແຕ່​ຢ້ຳ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ແລະ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາດັ່ງ​ກ່າວ, ສະ​ນັ້ນ, ກ​ານ​ຖອນ​ອອກ​ຈາກ​ສັນ​ຍາ​ປາ​ຣີ​ຂອງ​ອາ​ເມ​ລິ​ກາ ອາດ​ຈະ​ສ້າງ​ຜົນ​ກະ​ທົບ​ໃດ​ໜຶ່ງ​ໃນ​ໄລ​ຍະ​ສັ້ນ​ເທົ່າ​ນັ້ນ, ແຕ່​ຖ້າ​ເບິ່ງ​ໄລ​ຍະ​ຍາວ​ແລ້ວ, ຄວາມ​ເປັນ​ເອ​ກະ​ພາບ​ທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຄົມ​ໂລກ ຍັງ​ຈະ​ມີ​ບົດ​ບາດ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ