ການປູກ​ຜັ​ກ​ຢູ່​ເຮືອນ​ໃນຮົ່່ມຊ່ວຍ​ກະ​ສິ​ກອນ​ຈີນ​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ
2017-06-06 15:13:29  cri 


ຕາມ​ຂ່າວCRI: ທ້າວ ເຊ້ຍ​ກ່າງ​ຮ​ວາ ທີ່​​ປັດ​ຈຸ​ບັນອາ​ຍຸ 52 ປີ ເຄີຍ​ເປັນ​ຜູ້​ທຸກ​ຍາກ​ຢູ່​​ບ້າ​ນ​ໄພ​ໂທວ​ເມືອງ​ຈີງ​ກ່າງ​ຊ່ານ​ແຂວງຈ່ຽງ​ຊີ່​ຂອງ​ຈີນ ເນື່ອງ​ຈາກ​ພໍ່​ແມ່​ຂອງ​ລາວເປັນ​ພະ​ຍາດ​ຊ້ຳ​ເຮື້ອ​ທີ່​ໜັກ​ໜ່ວງ ຈຶ່ງ​ເຮັດ​ໃຫ້ຄອບ​ຄົວ ​ທຸກ​ຍາກ. ແນວ​ໃດ​ກໍ​ດີ​ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ ບ້ານ​ໄພ​ໂທວ​ໄດ້​ສ້າງ​ເຮືອນ​ໃນ​​ຮົ່ມ​ເພື່ອ​ປູກ​ຜັກ​ແລະ​ໝາກ​ໄມ້​ໂດຍກວມ​ເອົາ​ເນື້ອ​ທີ່ກວ່າ 2 ເຮັກ​ຕາ ເພື່ອ​ໃຫ້ຄອບ​ຄົວ​ທຸກ​ຍາກ​ສາ​ມາດ​ຮັບ​ເໝົາ​ແລະ​ປູກ​ຜັກ​ແລະ​ໝາກ​ໄມ້​ຢູ່​ສະ​ຖານ​ທີ່​ແຫ່ງ​ນີ້ ໂດຍ​ນາຍ​ບ້ານ​ໄດ້​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ລວມ​ທັງ​ແນວ​ພັນ​ຜັກ​ແລະ​ໝາກ​ໄມ້​ໃຫ້​ແກ່​ປະ​ຊາ​ຊົນ​ໂດຍ​ບໍ່​ເກັບ​ຄ່າ ໂດຍ ທ້າວ ເຊ້ຍ​ກ່າງ​ຮ​ວາ ໄດ້​ຮັບ​ເໝົາ 7 ເຮືອນ​ໃນ​ຮົ່ມ​ເພື່ອ​ປູກ​ຜັກ. ຈາກ​ນັ້ນ, ພຽງ​ແຕ່​ເວ​ລາ​ເຄິ່ງ​ປີ ກໍ​ສາ​ມາດ​​ສ້າງລາຍ​ຮັບ​ໄດ້ເກືອບ 20.000 ຢວນ ຫຼືປະ​ມານ 2.942 ໂດ​ລາ​ສະ​ຫະ​ລັດ​. ຈາກ​ຄວາມ​ບຸກ​ບືນ​ໃນ​ການ​ທຳ​ມາ​ຫາ​ລ້ຽງ​ຊີບ​ຈຶ່ງ​ເຮັດ​ໃຫ້ ປັດ​ຈຸ​ບັນ, ທ້າວ ເຊ້ຍ​ກ່າງ​ຮ​ວາ ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ ແລະ​ກໍ​ພ້ອມ​ຄິດ​ຫາ​ວິ​ທີ​ຈະ​ເພີ່ມ​ຂະ​ໜາດ​ການ​ປູກ​ຜັກ​ຕື່ມ​ອີກ​ແນວ​ໃດ ເພື່ອ​ກ້າວ​ໄປ​ສູ່​ການ​ເຮັດ​ໃຫ້​ຄອບ​ຄົວ​ມີຄວາມ​ອີ່ມ​ໜຳ​ສຳ​ລານ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ