ຕຳ​ຫຼວດຈີນ​ແລະ​ອີ​ຕາ​ລີ​ລາດ​ຕະ​ເວນ​ຮ່ວມ
2017-06-06 16:32:50  cri 

​ຕຳ​ຫຼວດ​ຈີນ-ອີ​ຕາ​ລີໄດ້​ຮ່ວມ​ກັນ​ລາດ​ຕະ​ເວນ​ຢູ່​ອີ​ຕາ​ລີ​ໃນວັນ​ທີ 5 ມິ​ຖຸ​ນາ​ນີ້ ໂດຍ​​ຕຳ​ຫຼວດ​ຈີນ 10 ຄົນໄດ້​ແບ່ງ​ອອກ​ເປັນ 4 ໜ່ວຍ ເພື່ອຮ່ວມ​ກັບ​ ​ຕຳ​ຫຼວດ​ອີ​ຕາ​ລີ​​ລາດ​ຕະ​ເວນ​​ຢູ່ 4 ຕົວ​ເມືອງ​ຄື: ໂຣມ, ມີ​ລານ, ຟີ​ເຣັນ​ຊີ ແລະ ນາ​ໂປ​ລີ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 25 ມິ​ຖຸ​ນາ​ນີ້ ແລະ​ຊ່ວຍ​ຕຳ​ຫຼວດ​ອີ​ຕາ​ລີ​ແກ້​ໄຂ​ບັນ​ຫາ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອ​ງ​ທ່ຽວ​ຈີນ​ຢູ່​ປະ​ເທດ​ດັ່ງ​ກ່າວ. ​ຂະ​ນະ​ດຽວ​ກັນ,ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອີ​ຕາ​ລີ​ຍັງ​ໄດ້​ຕິດຕັ້ງ​​ໂທ​ລະ​ສັບສາຍ​ດ່ວນ​ສະ​ເພາະເພື່ອ​ໃຫ້​ຊາວ​ອີ​ຕາ​ລີ​ເຊື້ອ​ສາຍ​ຈີນ​ສາ​ມາດ​ແຈ້ງ​ເຫດ​ການ​ໃດ​ໜຶ່ງ​ໃນ​ໄລ​ຍະ​ການ​ລາດ​ຕະ​ເວນ​ຮ່ວມ​ຄັ້ງ​ນີ້ ໂດຍ​ຕຳ​ຫຼວດ​​ຈີນ​ຈະຊ່ວຍ​ຕິດ​ຕໍ່​ກັບ​ຕຳ​ຫຼວດ​ທີ່​ກ່ຽວ​ຂ້ອງ ເພື່ອ​ແກ້​ໄຂ​ເຫດ​ການ​​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ອີ​ຕາ​ລີ​ຢ່າງ​ທັນ​ການ.


ໃນ​ຊຸມ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອີ​ຕາ​ລີ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ເພີ່ມ​ຂຶ້ນ​ເລື້ອຍໆ. ເພື່ອຮັກ​ສາ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມືອງ​​ສອງ​ປະ​ເທດ​ຢູ່​ຕ່າງ​ປະ​ເທດ​ນັ້ນ,ໃນ​ເດື​ອນ​ມິ​ຖຸ​ນາ​ປີ 2014, ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ຕົກ​ລົງ​ການ​ລາດ​ຕະ​ເວນ​ຮ່ວມ​ຂອງ​ຕຳ​ຫຼວດສອງ​ຝ່າຍ​ໃນ​ລະ​ດູ​ການ​ທ່ອງ​ທ່ຽວ​ທີ່​ມີນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ