ທະ​ນາ​ຄານແຫ່ງ​ສ​ປ​ປລາວ​ຢຸດອອກ​ໃບ​ອະ​ນຸ​ຍາດ​ໃຫ້​ສະ​ຖາ​ບັນ​ການ​ເງິນ
2017-06-06 15:34:06  cri 
ໜັງ​ສື​ພິມ​ວຽງ​ຈັນ​​ທາມລາຍ​ງານ​ວ່າ, ​ຫວ່າງ​ມໍ່ໆ​ມາ​ນີ້, ທະ​ນາ​ຄານແຫ່ງ ສ​ປ​ປ ລາວໄດ້​ອອກ​ປະ​ກາດ​ວ່າ, ຈະ​ຢຸດ​ອອກ​ໃບ​ອະ​ນຸ​ຍາດ​ໃຫ້​ແກ່ສະ​ຖາ​ບັນ​ການ​ເງິນ​ໃໝ່​​ຊົ່ວ​ຄາວ​ກ່ອນ​ວັນ​ທີ 28 ກຸມ​ພາ​ປີ 2019, ຂະ​ນະ​ດຽວ​ກັນ​ທະ​ນາ​ຄານແຫ່ງ ສ​ປ​ປ ລາວ​ຈະກວດ​ກາ​ສະ​ພາບ​ການດຳ​ເນີນ​ທຸ​ລະ​ກິດ​ຂອງ​​ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຢູ່​ແລ້ວ​​ໃນ​ທົ່ວ​ປະ​ເທດ.

ປັດ​ຈຸ​ບັນ, ໃນ​ທົ່ວ​ປະ​ເທດ​ລາວ​ມີ​ສະ​ຖາ​ບັນ​ການ​ເງິນ​ທີ່​​ຄຸ້ມ​ຄອງ​ໂດຍ​ທະ​ນາ​ຄານ​​ແຫ່ງ ສ​ປ​ປ ລາວ​ມີ 176 ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ