ຈີນ​​ຮ່ວມ​ມືກັບ 13 ປະ​ເທດ​ຈັດ​ຕັ້ງ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລ້ວ
2017-06-06 16:03:03  cri 
ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 5 ມິຖຸນາ​ນີ້​ວ່າ,ຫຼາຍປີຜ່ານມາ,ຈີນ​,ເອີ​ລົບ​ກາງ​​ແລະເອີ​ລົບ​ຕາ​ເວັນ​ອອກ​ໄດ້​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຢ່າງ​ແໜ້ນ​​ແຟ້ນ​ແລະ​ມາ​ເຖິງປັດຈຸບັນ​ຈີນກໍໄດ້​​ເຊັນ​ເອກະສານ​ການຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກັບ 13 ຈາກ 16 ປະ​ເທດ​ໃນເອີ​ລົບ​ກາງ​​ແລະເອີ​ລົບ​ຕາ​ເວັນ​ອອກ​ແລ້ວສົ່ງ​ຜົນ​ເຮັດ​ໃຫ້​ມູນ​ຄ່າການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ສອງ​ຝ່າຍ​​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
​​ໃນ​ພິທີ​ຖະ​ແຫຼງຂ່າວ "ມະຫະກຳ​ການ​ລົງທຶນ​ການ​ຄ້າ​ຈີນ-​ເອີ​ລົບ​ກາງ​​ແລະເອີ​ລົບ​ຕາ​ເວັນ​ອອກ​ຄັ້ງ​ທີ 3 ທີ່​ກະຊວງ​ການ​ຄ້າ​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ,ທ່ານ​ນາງ​ໂຈ່ວສຽວ​ຢ້ຽນ ຫົວໜ້າ​ກົມ​ເອີ​ລົບ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ເອີ​ລົບ​ກາງ​ແລະ​ເອີ​ລົບ​ຕາ​ເວັນ​ອອກ​ໄດ້​ພັດທະນາ​ຢ່າງ​ໜັກ​ແໜ້ນ​ໂດຍ​ເຫັນ​ໄດ້​ໃນປັດຈຸບັນ​ມູນ​ຄ່າ​ນຳ​ເຂົ້າສົ່ງ​ອອກສິນຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຈາກ 43 ຕື້ 900 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2010 ​​ເປັນ 58 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2016 ຂະນະ​ທີ່​ສ່ວນ​ແບ່ງ​ຂອງ​ການ​ຄ້າ​ສອງ​ຝ່າຍ​​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ