ກອງ​ປະຊຸມ​ສຸດ​ຍອດ​ສື່​ອາຊີ 2017 ຈັດ​ຂຶ້ນ​ຢູ່​ເມືອງ​ຊິງ​ຕາວ
2017-06-06 16:16:01  cri 
​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ບົດຮຽນແລະ​ຮ່ວມ​ມື​ລະຫວ່າງສື່​ຈີນ​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ​ແລະ​ປະ​ເທດ​ລຽບ​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ແລະ​ສົ່ງ​ເສີມ​ຈິດ​ໃຈ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ຄື "ສັນຕິພາບຮ່ວມ​ມືກັນ,​ເປີດ​ປະຕູ​ແລະ​ເປີດ​ກວ້າງ,ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ,ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ", ​ອົງການ​ພັດທະນາ​ວິທະຍຸ​ອາຊີ​ປາ​ຊິກ​ຟິກຫຼື AIBD ,ອົງການ​ຖະ​ແຫຼງຂ່າວ,ການ​ພິມ​ຈຳໜ່າຍ,ວິທະຍຸ,​ໂທລະພາບ​ແລະ​ຮູບ​ເງົາ​ແຫ່ງ​ລັດ​ຈີນ​ແລະ​ອົງການອຳນາດ​ການ​ປົກ​ຄອງ​ປະຊາຊົນ​ເມືອງ​ຊິງ​ຕາວ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າພາບຈັດກອງ​ປະຊຸມ​ສຸດ​ຍອດ​ສື່​ອາຊີ 2017 ​ຢູ່​ເມືອງ​ດັ່ງກ່າວ​ໃນ​ວັນ​ທີ 6 ມິຖຸນາ​ນີ້.
ກອງ​ປະຊຸ​ມສຸດ​ຍອດ​ຄັ້ງ​ນີ້​​ເນັ້ນ​ຫົວ​ຂໍ້​ " ຍຸກ​ສະ​ໄໝ​​ໃໝ່​ຂອງ​ສື່,ທົ່ວ​ໂລກ​ຮ່ວມ​ກັນ​ພັດທະນາ "​ໂດຍ ຜູ້​ແທນ​​ກອງ​ປະຊຸມ​​ໄດ້ຮ່ວມ​ກັນຫາ​ລື​ບັນຫາ​ຕ່າງໆ​ເປັນ​ຕົ້ນ​ສື່​ຍຸກ​ປັດຈຸບັນ​ຈະ​ຮັບ​ມື​ກັບ​ການ​ທ້າ​ທາຍ​ແນວ​ໃດ,ຮັບ​ໃຊ້​ເປົ້າ​ໝາຍ​ພັດທະນາ​ທົ່ວ​ໂລກ​ໃຫ້​ດີກ​ວ່າ​ເກົ່າ​ແນວ​ໃດ​ແລະ​ຊຸກຍູ້ການ​ແລກປ່ຽນ​​ຖອດ​ຖອນ​ບົດຮຽນ​ລະຫວ່າງ​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ​. ​ໃນ​ໂອກາດ​ດັ່ງກ່າວ​ກໍ​ຈະ​ວາງສະ​ແດງ​ສື່ "ກອງ​ປະຊຸມ​ສຸດ​ຍອດ​ສື່​ອາຊີ 2017"ເພື່ອ​ຊຸກຍູ້​ອົງການ​ສື່​ຈີນ​ແລະ​ຕ່າງປະ​ເທດ​ແລ​ກປ່ຽນ​ບົດຮຽນແລະ​ຮ່ວມ​ມື​ຖ່າຍ​ທຳລາຍ​ການ​ຮູບ​ເງົາ​ໂທລະພາບ, ການ​ຜະລິດ​ອຸປະກອນ​ເຕັກ​​ໂນ​ໂລ​ຊີ​ແລະ​ອື່ນໆ​ໃຫ້ຫຼາຍຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ