ນາຍົກລັດຖະມົນຕີກຳປູ​ເຈຍ​ຢືນຢັນ​ພັກ​ປະຊາຊົນ​ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ
2017-06-06 16:29:58  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຮຸນ​ແຊນ ນາຍົກ​ລັດຖະມົນຕີ​ກຳປູ​ເຈຍກ່າວວ່າ,ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຈາກພັກ​ປະຊາຊົນ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ​ຄັ້ງ​ທີ 4 ຂອງ​ປະ​ເທດ​ຕົນ.ວັນ​ທີ 5 ​ເດືອ​ນນີ້,ທ່ານ​ຮຸນ​ແຊນ​ກ່າວ​ໃນ​ເຟສສ່ວນ​ຕົວ​ຂອງ​ຕົນ​ວ່າ,ຕາມ​​ໂຕ​ເລກ​ບໍ່​ເປັນ​ທາງ​ການ,​ໃນຈຳນວນ​ບັດ​ເລືອກ​ຕັ້ງ​ 6 ລ້ານ 7 ​ແສນ 4 ໝື່ນ​ກວ່າ​ໃບນັ້ນ,ຜູ້​ສະໝັກ​ຈາກພັກ​ປະຊາຊົນ​ໄດ້​ຄະ​ແນນສຽງ​ຫຼາຍກວ່າ 51%. ຂະນະ​ທີ່ທ່ານ​ຢິມ​ໂສ​ວັນ ​ໂຄສົກ​ພັກ​ກູ້​ຊາດ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ໃຫຍ່​ກວ່າ​ໝູ່​ຂອງ​ກຳປູ​ເຈຍ​ໄດ້ອອກ​ມາ​ຍອມຮັບ​ຕໍ່​ການ​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ມິຖຸນາ​ນີ້.
ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດກຳປູ​ເຈຍ​ໄດ້​ປະກາດຜົນ​ການນັບ​ຄະ​ແນນ​ສຽງ​ເບື້ອງ​ຕົ້ນ​​ໃນ​ຕອນ​ຄ່ຳ​ວັນ​ທີ 5 ​ເດືອ​ນີ້​ແລະ​ຈະ​ປະກາດ​​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ​ເດືອນ​ດຽວ​ກັນ.
ການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ​ຢູ່​ກຳປູ​ເຈຍ​ຈັດ​ຂຶ້ນ 5 ປີ​ຕໍ່​ເທື່ອ​ແລະ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີຜູ້​ສະໝັກຈາກ 12 ພັກ​ການ​ເມືອງ​ເຂົ້າ​ຮ່ວມ​ເຊິ່ງຖື​ເປັນ​ຂີດ​ໝາຍ​ທາງ​ການ​ເມືອງ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ 2018 ​ແລະ​​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ