ກາ​ຕາ​ກ່າວ​ວ່າ​ ​ອາ​ຣັບ​ບີ​ຊາ​ອຸ​ດິດໄຮ້ເຫດ​ຜົນໃນ​ການຕັດ​ສາຍ​ພົວ​ພັນ​ການ​ທູດ
2017-06-06 16:17:24  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕາ​ຖະ​ແຫຼງ​ໃນ​ວັນ​ທີ 5 ມິ​ຖຸ​ນານີ້​ ໂດຍ​ໄດ້​ສະ​ແດງຄວາມ​ເສຍ​ດາຍ​ແລະ​ຕົກ​ໃຈ​ຫຼັງອາ​ຣັບ​ບີຊາ​ອຸ​ດິດ​, ສະ​ຫະ​ນະ​ຄອນ​ເອ​ເມ​ຣັດ​ອາ​ຣັບ ແລະ​ບາ​ເຣນ​ທີ່​ຕັດ​ສາຍ​ພົວ​ພັນ​ການ​ທູດ​ກັບ​​ປະ​ເທດ​ຕົນ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ກາ​ຕາ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ປະ​ເທດ​ອາ​ຣັບ​ອ່າວ​ເປີ​ເຊຍ ເຊິ່ງ​ຜ່ານ​ມາໄດ້​ປະ​ຕິ​ບັດ​ຕາມກົດ​ບັດ, ເຄົາ​ລົບ​ແລະບໍ່​ເຄີຍ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ຈັກ​ເທື່ອ ​ທັງໄດ້​ປະ​ຕິ​ບັດ​ພັນ​ທະ​ຕໍ່​ການ​ຄັດ​ຄ້ານ​ລັດ​ທິກໍ່​ການ​ຮ້າຍແລະ​ຄວາມ​ຮຸນ​ແຮງ. ແນວ​ໃດ​ກໍ​ດີ, ປະ​ເທດ​ຕ່າງໆ​ ເຊັ່ນ​ອາ​ຣັບ​ບີ​ຊາ​ອຸ​ດິດ​ເປັ​ນ​ຕົ້ນ​ໄດ້ປິດ​ຊ​າຍ​ແດນ​ແລະ​ຕັດ​​ຂາດການ​ໄປ​ມາ​ຫາ​ສູ່​ກັນ​ທາງ​ທະ​ເລ​ແລະ​ທາງ​ອາ​ກາດ​ກັບ​ປະ​ເທດ​ຕົນ​ນັ້ນ ​ຖື​ວ່າບໍ່​ມີ​ເຫດ​ຜົນ​ແຕ່​ຢ່າງ​ໃດ.

    ທັງ​ນີ້ ​ໃນວັນ​ທີ 5 ມິ​ຖຸ​ນານີ້, ບາ​ເຣນ, ​ອາ​ຣັບ​ບີຊາ​ອຸ​ດິດ, ສະ​ຫະ​ນະ​ຄອນ​ເອ​ເມ​ຣັດ​ອາ​ຣັບ ແລະ​ເອ​ຢິບ ໄດ້​ຕຳ​ໜິ​ກາ​ຕາ​​ທີ່​ໄດ້ສະ​ໜັ​ບ​ສະ​ໜູນ​ລັດ​ທິກໍ່​ການ​ຮ້າຍ ແລະ​ທຳ​ລາຍ​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ຈຶ່ງ​ປະ​ກາດ​ຕັດ​ສາຍ​ພົວ​ພັນ​ການ​ທູດ​ກັບ​ປະ​ເທດ​ດັ່ງ​ກ່າວ.

    ໃນຫຼາຍ​ປີມໍ່ໆ​ມານີ້, ກາ​ຕາ​ໄດ້​ສະ​ໜັບ​ສະ​ໜູນ​ກຸ່ມ​​ພະ​ລາດດອນ​ພາບ​ມຸ​ສ​ລິມ, ອົງ​ການ​ຮາ​ມັ​ສ ແລະ​ກຸ່ມ​ອື່ນໆ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເຊິ່ງ​ເຮັດ​ໃຫ້ຫຼາຍ​ປະ​ເທດ​ອາ​ຣັບ​ບໍ່​ພໍ​ໃຈ​ເປັນ​ທີ່​ສຸດ ໂດຍນັກ​ວິ​ເຄາະ​ເຫັນ​ວ່າ, ກາ​ຕາ​ມີ​ສາຍ​ພົວ​ພັນ​ຢ່າງໃກ້​ຊິດ​ກັບ​ອີ​ຣານ​ທີ່​​ເປັນ​ສັດ​ຕູ​ເກົ່າ​ຂອງ​ປະ​ເທດ​ນິ​ກາຍ​ສຸ​ນີ​ເຊັ່ນ ​ອາ​ຣັບ​ບີ​ຊາ​ອຸ​ດິດ​ເປັນ​ຕົ້ນ​ນັ້ນ ແມ່ນ​ເຫດ​ຜົນ​ໂດຍ​ກົງ​ທີ່​ເຮັດ​ໃຫ້ຫຼາຍ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ຕັດ​ສາຍ​ພົວ​ພັນ​ການ​ທູດ​ກັບ​ກາ​ຕາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ