ຈີນ​ຫວັງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ແລະ​ສະ​ໜັບ​ສະ​ໜູນ​ປະ​ເທດ​ໃນ​ພາກ​ພື້ນ​ ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້
2017-06-06 16:28:51  cri 
    ໃນ​ການ​ຖະ​ແຫຼງ​ການ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ເມື່ອ​ວັນ​ທີ 5 ມິ​ຖຸ​ນານີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ຂ່າວ​ແຈ້ງວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ຕົ້ນ​ເດືອນນີ້​ວ່າ, ບໍ່​ຄວນ​ອະ​ນຸ​ຍາດ​ໃຫ້​ຈີນ​ນຳ​ໃຊ້​ກຳ​ລັງ​ເສດ​ຖະ​ກິດ​ເປັນ​ສາກ​ບັງ​ໜ້າເພື່ອ​ເນັ້ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້, ສ​ປ​ປ ເກົາຫຼີ ແລະ​ອື່ນໆ. ຂໍ​ຖາມ​ແດ່, ຈີນ​ຄຶດ​ເຫັນແນວ​ໃດ?

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ, ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນນີ້ ໄດ້​ເຮັດ​ໃຫ້ປັດ​ຈຸ​ບັນ, ບັນ​ຫາ​ທະ​ເລ​ຈີນ​ໃຕ້ໄດ້​ກັບ​ຄືນ​ສູ່​ເສັ້ນ​ທາງ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ ເຊິ່ງ​ຈີນ​ແລະ​ຟິ​ລິບ​ປິນ​ກໍ​ໄດ້​ມີ​ຄວາມ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຢ່າງ​ເໝາະ​ສົມ​ແລ້ວ. ຂະ​ນະ​ດຽວ​ກັນ, ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ ຍັງ​ໄດ້​ຕົກ​ລົງ​ຂອບ​ຂອງ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້ ໂດຍ​ໄດ້​ສ້າງ​ພື້ນ​ຖານ​ອັນ​​ໜັກ​ແໜ້ນ​ໃຫ້​ແກ່​ການ​ເຈ​ລະ​ຈາ​ກົດ​ດັ່ງ​ກ່າວ​ຕໍ່​ໄປ. ຖື​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ແລະ​​ປະ​ເທດ​ໃນ​ອາ​ຊຽນ​ໃນ​ການ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ນັ້ນ​ ​ທຸກໆ​ຄົນ​ຕ່າງກໍ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ແລ້ວ. ຈາກນີ້​ຈຶ່ງຫວັງ​ວ່າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ເຄົາ​ລົບ​ແລະ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນນີ້​ຢ່າງ​ເຕັມ​ສ່ວນ ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສ້າງ​ສັນ​ເພື່ອ​ເລື່ອງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ