ເຈົ້າ​ໜ້າ​ທີ່​​ຫຼາຍ​ປະ​ເທດ​ໃນອາ​ຊຽນ​ຫວັງຮ່ວມ​ມືການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ກັບ​ຈີນ​
2017-06-07 11:18:09  cri 
ຊຸດ​ອົບ​ຮົມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຈີນ-ອາ​ຊຽນ​ປີ 2017 ທີ່​ກອງເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເປັນ​ເຈົ້າ​ພາບຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາ​ງ​ຊີ​ຈີນ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້ ໂດຍເຈົ້າ​ໜ້າ​ທີ່ກວ່າ 30 ທ່ານ​ຈາກ​ອາ​ຊຽນ​ເຊັ່ນ:ຫວຽດ​ນາມ,ກຳ​ປູ​ເຈຍ,ລາວ,ມຽນ​ມາ​ແລະ​ອື່ນໆໄດ້​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​​ການ​ພັດ​ທະ​ນາ​​ຂະ​ແໜງ​​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ.

ເຈົ້າ​ໜ້າ​ທີ່​ບັນ​ດາ​ປະ​ເທດໃນ​ອາ​ຊຽນ​ໄດ້​ແຈ້ງ​​ສະ​ພາບ​​ການ​ພັດ​ທະ​ນາ​​ຂະ​ແໜງ​ການ​ ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ປະ​ເທດ​ຕົນ ພ້ອມ​ທັງ​ກ່າວດ້ວຍ​ຄວາມ​ຫວັງ​ທີ່​ຈະ​ຮ່ວມ​ມື​ສ້າງ​ເວ​ທີ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດກັບ​ຈີນ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ດັ່ງ​ກ່າວ​ຂອງ​ແຕ່​ລະ​ປະ​ເທດ.

ທ່ານ ຫວາງ​ເລີຍ ເລ​ຂາ​ທິ​ການ​ໃຫຍ່ກອງເລ​​ຂາ​​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອ​າ​ຊຽນ​ຈະ​ຕັ້ງ​ໜ້າສ້າງ​ເວ​ທີ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຢູ່​ໃນ​ພາກ​ພື້ນ ທັງ​ຈະຊ່ວຍ​ບັນ​ດ​າ​ປະ​ເທດ​ໃນ​ພາກ​ພື້ນຮ່ວມ​ມື​ກັນໃນ​ຫຼາຍ​ດ້ານ​ເຊັ່ນ: ການ​ແລກ​ປ່ຽນ​ລະ​ຫວ່າງວິ​ສາ​ຫະ​ກິດ,ການ​ຄ້າ​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ,ຊຸກ​ຍູ້​ການເຈ​ລະ​ຈາ​ລະ​ຫວ່າງ​ພາກ​ລັດ​ກັບ​ພາກ​ເອ​ກະ​ຊົນ,ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ແລະ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ