ອ່າງ​ເກັບ​ນ້ຳ​ຢູ່​ເອ​ທີ​ໂອ​ປີ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ການ​ບໍ​ລິ​ໂພກ​ນ້ຳ
2017-06-07 18:46:24  cri 


ວັນ​ທີ 4 ມິ​ຖຸ​ນາ​ນີ້ ຢູ່​ບ້ານແຫ່ງ​ໜຶ່ງ​ໃນ​ລັດ​ອຳ​ຮາ​ຣາ​​ປະ​ເທດ​ເອ​ທີ​ໂອ​ປີ, ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼາຍ​ໄດ້​ຢືນ​ຢູ່​ອ້ອມ​ແອ້ມອ່າງ​ເກັບ​ນ້ຳ​ທີ່ອົງ​ການກອງ​ທຶນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ຮ່ວມ​ກັບ​ກຸ່ມ​ບໍ​ລິ​ສັດ​ໂຄງ​ການ​ກົນ​ຈັກ​ຫຸ້ນ​ສ່ວນ​ຊູ​ໂກ່ງ​ຈີນ​ຈຳ​ກັດ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ. ຢູ່​​ເຂດພູ​ພຽງ​ຂອງ​ປະ​ເທດ​ເອ​ທີ​ໂອ​ປີ​ໂດຍ​ລວມ​ແລ້ວ​ປະ​ສົບ​ບັນ​ຫາການ​ຂາດ​ນ້ຳ​​ຢ່າງ​ໜັກ​ໜ່ວງ,​ແຕ່ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກໃນ​ການ​ບໍ​ລິ​ໂພກ​ນ້ຳຂອງ​ປະ​ຊາ​ຊົນ​ ເມື່ອ​ເດືອນ​ມັງ​ກອນ​ປີ 2016, ອົງ​ການກອງ​ທຶນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​​ໄດ້ຮ່ວມ​ກັບ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ສ້າງ​ຕັ້ງ​ກອງ​ທຶນ​ໂຄງ​ການ​ສະ​ເພາະ​ຄວາມ​ຝັນ​ສີ​ຟ້າ ​ໂດຍ​ໄດ້​ກວມ​ເອົາທັງ​ທຶນ​ກໍ່​ສ້າງ​ອ່າງ​ເກັບ​ນ້ຳ​ຂະ​ໜາດ​ນ້ອຍຫຼາຍ​ແຫ່ງ​ຢູ່​ເອ​ທີ​ໂອ​ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ