ສ​ປ​ປ ເກົາ​ຫຼີ​ຊີ້​ຖະ​ແຫຼງ​ການ​ຮ່ວມ​​ສອງ​ສະ​ບັບ​ແມ່ນ​ພື້ນ​ຖານ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ເໜືອ​ໃຕ້​ໃຫ້​ດີ​ຂຶ້ນ
2017-06-07 11:02:37  cri 
ສ​ປ​ປ ເກົາ​ຫຼີ​ກ່າວ​ວ່າ, ລັດ​ຖະ​ບານ​ ສ ເກົາ​ຫຼີ​ຕ້ອງ​​ເຄົາ​ລົບ​ນັບຖື​ແລະ​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ຮ່ວມ​ທີ່​ສຳ​ຄັນ​ສອງ​ສະ​ບັບ​ເປັນ​ພື້ນ​ຖານ​​ເພື່ອ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ເໜືອ​ໃຕ້.

ໜັງ​ສື​ພິມ​ໂຣ​ດົງ​ຊິນ​ບູນ​ຂອງ ສ​ປ​ປ ເກົາ​ຫຼີ​ສະ​ບັບ​ວັ​ນ​ທີ 6 ມິ​ຖຸ​ນາ​ນີ້​ໄດ້​ພິມ​ບົດ​ຄວາມ​ພາດ​ຫົວ​ວ່າ, ​ພື້ນ​ຖານ​ໃນ​ການ​ແກ້​ໄຂວິ​ກິດ​ການ​ການ​ພົວ​ພັນ​ເໜືອ​ໃຕ້​ຄື​ການ​ເຄົາ​ລົບ​ນັບ​ຖື​ແລະ​ປະ​ຕິ​ບັດ​ຕາມ "ຖະ​ແຫຼງ​ການ​ຮ່ວມ​ເໜືອ​ໃຕ້" ແລະ "ຖະ​ແຫຼງ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ເໜືອ​ໃຕ້​​ແລະສັນ​ຕິ​ພາບ​ທີ່​ຖາ​ວອນ". ບົດ​ຄວາມ​ລະ​ບຸ​ວ່າ, ສອງ​ຝ່າຍ​ເໜືອ​ໃຕ້​​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ໃນ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ຄັ້ງ, ​ເຊິ່ງໄດ້​ກາຍ​ເປັນ​​ເອ​ກະ​ສານ "ເຕົ້າ​ໂຮມ​​ຄວາມເປັນ​ເອ​ກະ​ພາບ​ກັນ​ດ້ວຍ​ຄວາມ​ເປັນ​ເຈົ້າ​​ຕົນ​ເອງ". ​ການ​ປ່ຽນ​ແປງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ ສ ເກົາ​ຫຼີ​ບໍ່​ໝາຍ​ຄວາມ​ວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ​ເໜືອ​ໃຕ້​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ, ​ແຕ່ສິ່ງ​ສຳ​ຄັນ​ຄື​ບໍ່​​ແມ່ນ​ໃຜ​ໄດ້ຄອງ​ອຳ​ນາດ, ຫາກ​ແຕ່​ແມ່ນ​ຜູ້​ຄອງ​ອຳ​ນາດ​ເຄົາ​ລົບ​ນັບ​ຖື​ແລະ​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ສອງ​ສະ​ບັບ​ດັ່ງ​ກາວ​ຫຼື​ບໍ່?

ບົດ​ຄວາມ​ຍັງ​​ຊີ້​ໃຫ້​ເຫັນ​ອີກ​ວ່າ, ​ການເປີດກວ້າງ​ກາ​ນ​ຮ່ວມ​ມື​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມລະ​ຫວ່າງ​ເໜືອ​ໃຕ້​ຄືນ​ໃໝ່​ແມ່ນ​ຄວາມ​ຈຳ​ເປັນ, ແຕ່​ບໍ່​ໝາຍ​ຄວາມ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ