ລັດຖະບານລາວ ຈະສ້າງການທ່ອງທ່ຽວທົ່ວປະເທດໃຫ້ໄດ້ມາດຕະຖານລະດັບຊາດ
2017-06-07 15:22:07  cri 

 ລັດຖະບານ ສປປ ລາວຈະພັດທະນາແຫຼ່ງທ່ອງທ່ຽວໃຫ້ເປັນຈຸດສຸມໄດ້ມາດຕະຖານການທ່ອງທ່ຽວລະດັບຊາດ, ແຂວງ ແລະເມືອງໃນການ
ດຶງດູດນັກທ່ອງທ່ຽວ, ຊຶ່ງຈະກໍານົດເອົາແຫຼ່ງທ່ອງທ່ຽວເປັນບູລິມະສິດໃນການພັດທະນາ 23 ແຫ່ງ ທົ່ວປະເທດ ແລະ ແຕ່ລະແຂວງກໍານົດ
ເອົາ 20 ແຫ່ງເປັນຈຸດສຸມພັດທະນາຮອດປີ 2020. ປັດຈຸບັນ ສະຖານທີ່ທ່ອງທ່ຽວຂອງລາວມີ 1.900 ກວ່າແຫ່ງ, ໃນນັ້ນ, ລວມມີສະຖານ
ທີ່ໄດ້ຮັບການພັດທະນາ ແລະ ຍັງບໍ່ທັນໄດ້ຮັບການພັດທະນາ.

ທ່ານ ນາງ ພອນມະລີ ອິນທະພົນ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ໃຫ້ສໍາພາດຕໍ່ໜັງສືພິມຂ່າວສານປະເທດລາວໃນຫວ່າງບໍ່
ດົນມານີ້ວ່າ: ປັດຈຸບັນລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໄດ້ກະກຽມສ້າງແຜນໃນການຈັດຕັ້ງແຫຼ່ງທ່ອງທ່ຽວເປັນບູລິມະສິດໃນການຄຸ້ມ
ຄອງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເພື່ອເລັ່ງໃສ່ປັບປຸງແຫຼ່ງທອ່ງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ, ໂດຍຈະກໍານົດເອົາ 23
ແຫ່ງທ່ອງທ່ຽວ ທີ່ມີຊື່ສຽງໃນທົ່ວປະເທດ ແລະ ແຕ່ລະແຂວງກໍຈະກໍານົດພັດທະນາໃຫ້ໄດ້ແຂວງລະ 20 ແຫ່ງ ເປັນຕົ້ນແຫຼ່ງທ່ອງທ່ຽວ
ທາງທໍາມະຊາດ,​ ວັດທະນະທໍາ ແລະ ປະຫັວດສາດ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວແບບຍືນຍົງ.

ລັດຖະບານໄດ້ເຫັນຄວາມສໍາຄັນຂອງວຽກງານການທ່ອງທ່ຽວ, ຊຶ່ງຖືເປັນໜຶ່ງໃນ 14 ວຽກງານບູລິມະສິດຂອງລັດຖະບານສໍາລັບການຈັດຕັ້ງ
ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2017 ຊຶ່ງຜ່ານມາລັດຖະບານລາວກໍ່ໄດ້ຍົກສູງຄຸນຄ່າທາງດ້ານວັດທະນະທໍາແລະການ
ປົກປັກຮັກສາ ມໍລະດົກແຫ່ງຊາດໃນການປະຕິສັງຂອນຫໍພະແກ້ວ, ວັດສີສະເກດ, ພະທາດຫຼວງ ແລະ ອື່ນໆ ເພື່ອໃຫ້ທົ່ວສັງຄົມກໍ່ຄືນັກ
ທ່ອງທ່ຽວໄດ້ສືບຕໍ່ຮຽນຮູ້ ແລະ ຊື່ນຊົມວັດທະນະທໍາ ແລະ ມໍລະດົກຂອງຊາດລາວ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ