ຣັດ​ເຊຍ​ແຂ່ງ​ຂັນ​ລົດ​ຕັກ​ເຕີ​ (ວິ​ດີ​ໂອ)
2017-06-07 15:57:53  cri 

 

ກ່ອນ​ໜ້ານີ້​ບໍ່​ດົນ, ຢູ່​ລົ​ສ​ທົ​ຟ​ແຫ່ງ​ຣັດ​ເຊຍ ໄດ້​ຈັດ​ການ​ແຂ່ງ​ຂັນ​ລົດ​ຕັກ​ເຕີ​ທີ່​ໜ້າ​ຕື່ນ​ເຕັ້ນ​ແລະ​ສົນ​ໃຈໂດຍ​ຜູ້​ຂັບ​ລົດ​ຕັກ​ເຕີທັງ​ໃຫຍ່​ທັງ​ໜັກ 28 ຄັນ​ໄດ້​ແຂ່ງ​ຂັນ​ຄວາມ​ໄວ​ໃນ​ໄລ​ຍະ​ທາງ15 ກິ​ໂລ​ແມັດ ເຊິ່ງ​ທາງ​ເສັ້ນ​ນີ້​ເຕັມ​ໄປ​ດ້ວຍ​ຂີ້​ຕົມ, ຫີນ, ດິນ​ຊາຍ, ບວກ​ແລະ​ສາຍ​ໄຟ.ສຳ​ລັບກະ​ຕິ​ກາ​ການ​ແຂ່ງ​ຂັນ, ຜູ້​ຂັບ​ຕ້ອງ​ຂັບ​ລົດ ​ຜ່ານ​ສິ່ງ​ກີດ​ຂວາງ​ເຫຼົ່າ​ນີ້ຈົນ​ກວ່າ​ຈະ​ເຖິງ​ເສັ້ນ​ໄຊ.ການ​ແຂ່ງ​ຂັນ​ໃນ​ມື້​ດັ່ງ​ກ່າວຕື່ນ​ເຕັ້ນ​ດຸ​ເດືອດ​ທີ່​ສຸດ ຈົນ​ບາງ​ຄັນ​ຂວ້ຳ, ແຕ່​ໂຊກ​ດີຜູ້​ຂັບ​ປອດ​ໄພ ແລະ​ຍັງ​ມີ​ສະ​ຕິ​ໃນ​ການ​ຕໍ່​ສູ້​ຕໍ່​ໄປ.

ແນວ​ໃດ​ກໍ​ດີ, ​ເຖິງວ່າການ​ແຂ່ງ​ຂັນ​ໄດ້​ຈັດ​ຂຶ້ນ​ໃນ​​ທ່າມ​ກາງອາ​ກາດ​ຮ້ອນ​​ເອົ້າ​ເປັນ​ເວ​ລາ5 ຊົ່ວ​ໂມງ, ແຕ່​ກໍ​ສາ​ມາດ​ດຶງ​ດູດ​ຜູ້​ຊົມ​ປະ​ມານ 1 ໝື່ນ 5 ພັນ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ