ມອບ​ຮັບໂຄງການບູລະນະ​ສຸສານ​ວິລະຊົນຈີນຢູ່ ສປປ ລາວ
2017-06-07 18:48:40  cri 

​ສຸສານ​ວິລະຊົນຈີນຢູ່ ສປປ ລາວໄດ້​ສຳ​ເລັດ​ການ​ບູ​ລະ​ນະ​ແລະ​ໄດ້​ຈັດ​ພິ​ທີ​ມອບ​ຮັບຂຶ້ນຢູ່ແຂວງ ຊຽງຂວາງໃນວັນທີ6ມີຖຸນານີ້, ໂດຍທ່ານນາງໃບຄໍາຂັດທິຍະ

ຮອງລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມລາວ,ທ່ານຄໍາແສນ ມະນິວົງ ຮອງເຈົ້າແຂວງຊຽງຂວາງ,ທ່ານຫວັງຈ້ຽນຈູນຄະນະພັກກະຊວງກິດຈະການພົນ ລະ ເຮືອນຈີນ, ຮອງຫົວໜ້າປະຈຳການ ຄະນະກຳມະການວຽກງານຜູ້ອາຍຸສູງ ແຫ່ງຊາດຈີນ,ທ່ານ ຈ້າວເຊິນກັງ, ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປລາວ. ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ.

ທ່ານ ຈ້າວ ເຊິນ ກັງກ່າວ​ວ່າ,​ໃນ​ວັນ​ທີ5 ​ເມສາ ປີ1996,ສະຖານທູດ​ຈີນ​ປະ​ຈໍາ​ລາວ​ໄດ້​ຮ່ວມ​​ປົວ​ແປງ​ສີ​ລາ​ຈາລຶກ​ແລະ​ສຸສານ​ຂອງ​ວິລະ​​ຊົນຈີນ​ຢູ່​ແຂວງ​ຊຽງ​ຂວາງ, ​ແລະ​ຈາກ​ນັ້ນ20ປີ​​ຄື​ປີ2016,​ ໃນ​ໂອກາດວັນ​ສ້າງສາ​ຍພົວພັນ​ທາງ​ກາ​ນທູດລະຫວ່າງ​ສອງ​ປະ​ເທດ​ຄົບຮອບ55ປີ, ລັດຖະບານ​ທັງ​ສອງ​ປະ​ເທດ​ໄດ້​ຕົກລົງ​ປັບ​ປຸງ​ສຸສານ​ດັ່ງ​ກ່າວ​ອີກ​ເທື່ອ​ໃໝ່,​ ເຊິ່ງ​ມາ​ເຖິງ​ມື້​ນີ້​ກໍ​ໄດ້ ​ສໍາ​ເລັດ​ຢ່າງ​ຈົບງາມ​ອັນ​ເຮັດ​ໃຫ້​ມີ​ສະພາບ​ແວດ​ລ້ອມ​ທີ່​​ງົດ​ງາມ​ແລະ​ມີ​ຄວາມສະຫງ່າ​ຜ່າ​ເຜີຍ​ຂຶ້ນ​ຕື່ມ.ຈາກການ​ເອົາ​ໃຈ​​ໃສ່​​ແລະ​ຊຸກຍູ້​ຮ໋ວມກັນຂອງສອງ​ຊາດ,ສາຍ​ພົວພັນ​ຂອງ​ສອງ​ປະ​​ເທດ​ກໍ​າລັງ​ຢູ່ໃນ​ໄລຍະ​ເບັ່ງ​ບານ​ທີ່​ສຸດ​ໃນ​ປະ​ຫວັດສາດ, ມິດຕະພາບ​ທີ່ເປັນມູນ​ເຊື້ອ​ແລະ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,ປະຊາຊົນ​ສອງ​ປະ​ເທດ​ຮ່ວມກັນ​ສ້າງສາ​ປະຊາ​ຄົມ​ຮ່ວມ​ຊະຕາ​ກໍາ​ທີ່​ຕັດ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້,ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ທອດ​ນໍ້າ​ໃຈ​ຂອງ​ວິລະ​ຊົນ,​ແລະ​ຜັນ​ຂະຫຍາຍ​ນ້ຳ​ໃຈ​ມິ​ດຕະພາ​ບລະຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ.

   ທ່ານ​ນາງ​ໃບ​ຄໍາ ຂັດ​ທິຍະ​ກ່າວ​ວ່າ, ​ເຖິງວ່າໂຄງການບູລະນະ​ສຸສານລະນຶກ​ເຖິງ​ວິລະ​ຊົນຈີນຢູ່ ສປປ ລາວໄດ້ສຳເລັດ,ແຕ່ພວກເຮົາຍັງຈະໄດ້ສືບຕໍ່ຄຸ້ມຄອງ ແລະ ປົກປັກຮັກສາໃຫ້ເປັນບ່ອນສຶກສາຄົ້ນຄ້ວາຂອງ​ຮຸ່ນໜຸ່ມ,ທັງເປັນບ່ອນສັກກາລະບູຊາ ແລະເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງປະຊາຊົນລາວ ແລະ ປະຊາຊົນຈີນ

ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງ​ປະ​ເທດ.

​ໃນ​ຊຸມ​ປີ 60-70 ຂອງສະຕະ​ວັດ​ທີ 20 ​​ໃນເວລາ​ເຂົ້າຮ່ວມສະ​ໜັບສະ​ໜູນ​ການ​ຕໍ່ສູ້​ກູ້​ຊາດຂອງ​ປະຊາຊົນ​ລາວ​ບັນນດາ​ເຜົ່າ, ວິລະ​ຊົນຈີນ​ຫຼາຍ​ຮ້​ອຍສະຫາຍ​ໄດ້​ເສຍສະຫຼະ​ຊິວິດ​ທີ່​ມີ​ຄ່າ​ສ້າງ​ມິດ​ຕະພາບ​ຄຽງບ່າ​ຄຽງ​ໄຫຼ່​ແລະ​​ເປັນສັນຍະລັກ​ແຫ່ງ​ນ້ຳ​ໃຈ​ໄມຕີ​ຈິດ​ທີ່​ຍືນຍົງ​ລະຫວ່າງ​ລາ​ວ-ຈີນ. ປັດຈຸບັນ​ນີ້​ມີ​ວິລະ​ຊົນ​ຈີນ 215 ສະ​ຫາຍ ຝັງ​ຢູ່​ສຸ​ສານ​ຈີນ 3 ​ແຫ່ງ​ຄື​ເມືອງ​​ໄຊ​ແລະ​ເມືອງ​ນາ​ໝໍ້​ແຂວງ​ອຸດົມ​​ໄຊ​​ເມືອງ​ແປກ​ແຂວງ​ຊຽງຂວາງ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ