ຄາດສາງ​ເອີ 4 ຈະ​ລົງ​ຈອດ​ຢູ່​​​ຫຼັງດວງ​ຈັນ​ກ່ອນຫຼືຫຼັງປີ 2018
2017-06-07 12:16:58  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ມີ​ແຜນການ​ຈະ​ສົ່ງ​ຍານ​ອະວະກາດສາງ​ເອີ 4 ​ໃນ​ປີ 2018 ​ໂດຍ​ຈະ​ບັນທຸກ​ເຄື່ອງ​ວິທະຍາສາດ 4 ​ເຄື່ອງ​​ຈາກ​ໂຮ​ນລັງ​ແລະ​ເຢຍລະ​ມັນ​ເປັນ​ຕົ້ນ​ແລະ​ບິນ​ໄປ​ສູ່​ດວງ​ຈັນ​ເພື່ອ​ສຳ​ຫຼວດ ວິທະຍາສາດອະວະກາດ​ແລະ​ຖ້າ​ເປັນ​ໄປ​ຕາທມ​ເປົ້າ​ກໍ​ຈະ​ກາຍ​ເປັນ​ຍານ​ອະວະກາດ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ທີ່​ລົງຈອດ​ແລະ​ລາດຕະ​ເວນ​ສຳ​ຫຼວດຢູ່​​ຫຼັງ​ດວງ​ຈັນ.
ຫຼາຍປີຜ່ານມາ,ກົມ​ການບິນ​ອະວະກາ​ດ​ແຫ່ງ​ລັດ​ຈີນ​ໄດ້​ຕັ້ງໜ້າ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ",ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ອະວະກາດ​ໂດຍ​ໄດ້​ສ້າງ​ກົນ​ໄປ​ຮ່ວມ​ມື​​ໃນ​ການບິນ​ອະວະກາດ​ສອງ​ຝ່າຍ​ກັບປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາ​ກົນ​ເປັນ​ຕົ້ນ​ກົມ​ອະວະກາດ​ເອີ​ລົບ,ຣັດ​ເຊຍ,​ເບຣຊິນ​ແລະ​ຝຣັ່ງ​ເປັນ​ຕົ້ນພ້ອມ​ທັງ​ໄດ້​ເຊັນ​ໂຄງ​ຮ່າງ​ການ​ຮ່ວມ​ມື​ຕ່າງໆ.​ໃນ​ຕໍ່ໜ້າ, ຈີນ​ຍັງຈະ​ປຶກສາ​ຫາລື​ກັບປະ​ເທດ​ການບິນ​ອະວະກາດ​ຕ່າງໆ​ກ່ຽວກັບ​ແຜນ​ການ​ຄົ້ນຄວ້າ​ອະວະກາດ,ການ​ສ້າງ​ເວທີ​ຮ່ວມ​ມື​ກັນ​ແລະ​ແບ່ງປັນ​ຜົນ​ການ​ສຳ​ຫຼວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ