ນະຄອນ​​ໂຮ່ຈີ​ມິງ​ປະ​ເທດ​ຫວຽດນາມ​ກຽມ​ເກັບ​ພາສີ​ສິນຄ້າ​ທີ່​ຂາຍ​ທາງ​ເຟສບຸກ
2017-06-07 12:37:02  cri 
​​ໄຊ​ງ່ອນ​ເສດຖະກິດ​ທາມອອນ​ລາຍ​ປະ​ເທດ​ຫວຽດນາມ​ລາຍ​ງານ​ໃນ​ວັນ​ທີ 5 ມິຖຸນາ​ນີ້​ວ່າ, ຫົວໜ້າພະ​ແນ​ກພາສີ​ນະຄອນ​ໂຮ່ຈີ​ມິງ​ກ່າວ​ຫວ່າງ​ມໍ່ໆ​ນີ້​ວ່າ,ພະ​ແນ​ກຂອງ​ຕົນ​ພວມ​ຊອກ​ຫາ​ວິທີ​ການ​ເກັບ​ພາສີ​​ສິນຄ້າ​ທີ່​ຈຳໜ່າຍ​ຕາມ​​ເຟສບຸກ.
ພະ​ແນ​ກດັ່ງກ່າວ​​ເປີດ​ເຜີຍອີກ​ວ່າ​​ເມື່ອ​ເຖິງ​ເວລາ​ຈັດ​ຕັ້ງປະຕິບັດ​​ໂຕ​ຈິງ​ກ​ກໍ​ຍັງ​ມີ​ວຽກ​ຫຼາຍຢ່າງ​ທີ່​ຕ້ອງ​ເຮັດ​​ແລະຕ້ອງການຮ່ວມ​ມື​ຈາກ​ຫຼາຍພະ​ແນ​ກ​ຈຶ່ງ​ຈະ​ສຳ​ເລັດພ້ອມ​ທັງ​ຮຽກຮ້ອງ​ສ່ວນ​ບຸກຄົນ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ຈຳໜ່າຍ​ສິນຄ້າ​ທາງ​ເຟສບຸກ​ເປັນ​ເຈົ້າ​ການປະຕິບັດ​ຕາມ​ພັນທະ​ລົງທະ ບຽນ​ແລະ​ເສຍ​ພາສີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ