ລັດຖະບານ​ໄທ​​ໂຄສະນາ "ການ​ກິນ​ເກືອ​ໜ້ອຍ"
2017-06-07 18:49:25  cri 
ຕາມ​ຂ່າວສານ​ຈີນ: ຫວ່າງ​ມໍ່ໆ​ນີ້,​ລັດຖະບານ​ໄທ​​ໄດ້​ນຳ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​​ໂຄສະນາ "ການ​ກິນ​ເກືອ​ໜ້ອຍ"​ໂດຍ​ຕັ້ງ​ເປົ້າ​ໝາຍ​ຮອດ​ປີ 2025 ຈະ​​ເຮັດ​ໃຫ້​ປະລິ​ມານການ​ກິນ​ເກືອ​ຂອງ​ຄົນ​ໄທ​ຫຼຸດ​ລົງ 30%.
ບົດ​ລາຍ​ງານ​ຄົ້ນຄວ້າ​ທີ່​ເປີດ​ເຜີຍ​ຫຼ້າສຸດ​ຊີ້​​ໃຫ້​ເຫັນ​ວ່າ,ປັດຈຸບັນ​​ໃນ​ແຕ່​ລະ​ມື້,ຄົນ​ໄທ​ກິນ​ເກືອ​ຫຼາຍ​ເກີນ​ຄວາມ​ຕ້ອງການຂອງ​ຮ່າງກາຍ​ສອງ​ເທົ່າ​​ເຊິ່ງ​ເຮັດ​ໃຫ້​ຜູ້​ເປັນພະຍາດ​ຄວາມ​ດັນ​ເລືອດ​ສູງ, ພະຍາດ​ໝາກ​ໄຂ່ຫຼັງແລະ​ພະຍາດ​ເບົາຫວານສືບ​ຕໍ່​ເພີ່ມ​ຂຶ້ນ​ຄື​​ເພີ່​ມຈາກ 11 ລ້ານ 5 ​ແສນ​ຄົນ​, 7 ລ້ານ 1 ​ແສນ​ຄົນ​ແລະ 3 ລ້ານ 5 ​ແສນ​ຄົນໃນ​ປີ 2009 ຂຶ້ນ​ເປັນ 13 ລ້ານ​ຄົນ, 8 ລ້ານ​ຄົນ​ແລະ 5 ລ້ານ​ໃນ​ປີ 2016.
​ແນວ​ໃດ​ກໍ​ດີ,ລັດຖະບານ​ໄທ​ໄດ້​​ເຫັນເຖິງ​ຄວາມ​ຮ້າຍ​ແຮງ​ຂອງ​ບັນຫາ​ນີ້​ແລ້ວ​ແລະ​ໄດ້​ກຳນົດ​ຍຸດ​ທະ​ສາດ​ຫຼຸດປະລິມານການ​ກິນ​ເກືອ​ແລະ​ໂຊດຽມ​ໃຫ້​ໜ້ອຍ​ລົງ. ຂະນະ​ທີ່​ກ່ອນ​ໜ້າ​ນີ້​ກໍ​ປະກາດ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ຕິດ​ເຄື່ອງໝາຍ​ທາດ​ບຳລຸງ​ໃສ່​ຫໍ່​ອາຫານ​ເພື່ອ​ໃຫ້​ຜູ້​ບໍລິ​ໂພ​ກ​​ໄດ້ເລືອກ​ອາຫານ​ທີ່​ມີ​ທາດ​ເກືອ​ຕ່ຳ​ແລະ​ອື່ນໆ,​ແຕ່ບໍ່​ຄ່ອຍ​ໄດ້ຜົນ​ເນື່ອງ​ຈາກ​ຂາດ​ມາດ​ຕະການ​ບັງຄັບ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ