ໄຂກອງ​ປະ​ຊຸມ​ປົກ​ປັກ​ຮັກ​ສາມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2017-06-07 10:52:26  cri 
ຕາມ​ຂ່າວ​ສານ​ຈີນ: ກອງ​ປະ​ຊຸມ​​ເພື່ອ​ການ​ປົກ​ປັກ​ຮັກ​ສາ​ແລະ​ເຜີຍ​ແຜ່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ປະ​ເທດ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິງ​ແຂວງ​ຢຸນ​ນານ ສ​ປ ຈີນ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້ ແລະ​ຈະ​ດຳ​ເນີນ​ເປັນ​ເວ​ລາ​ສອງວັນ ໂດຍເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລະ​ຊ່ຽວ​ຊານ​ຈາກ​ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ​, ໄທ ແລະ​ຫວຽດ​ນາມ​ໄດ້​ລົ​ງ​ເລິກ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​​ໃນ​ຫົວ​ຂໍ້​​​ຜົນສຳ​ເລັດ​​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ການ​ພັດ​ທະ​ນາ​​ການ​ນຳ​ໃຊ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ​ການ​ແລ​ກ​ປ່ຽນ​ຮ່ວມ​ມື​ໃນ​ການປົກ​ປັກ​ຮັກ​ສາມໍ​ລະ​ດົກ​ວັດ​ທະ​ນະ​ທຳ.

ທ່ານ​ທອງ​ໃບ ໂພ​ທິ​ສານ ຫົວ​ໜ້າ​ກົມ​ມໍ​ລະ​ດົກ​​ແຫ່ງ​ຊາດ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ​ກ່າວ​ວ່າ, 6 ປະ​ເທດ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ມີ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ​ແລະ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ ເຊິ່ງ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປົກ​​ປັກ​ຮັກ​ສາມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​​ຈິ່ງມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ແລະຫວັງ​ວ່າກອງ​ປະ​ຊຸມ​​ເທື່ອ​ນີ້ ຈະ​ສາ​ມາດສ້າງ​ກົນ​ໄກ​​ການຮ່ວມ​ມື​ທີ່​ດີ ແລະ​ຊຸກ​ຍູ້​ການ​ປົກປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ