ຕຳຫຼວດ​ຈີນ​ມ້າງ​ຄະ​ດີ​ນຳ​ໃຊ້ເຄື່ອງ​ດັກ​ລັກ​ຟັງ​ແລະ​ລັກ​ຖ່າຍ​ຮູບ​ຢ່າງ​ຜິດ​ກົດ​ໝາຍ
2017-06-07 14:32:05  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ຫຼາຍ​ສຳ​ນັກສື່ມວນ​ຊົນ​ຕາ​ເວັນ​ຕົກ​​ລາຍ​ງານຂ່າວ​ວ່າ, ສ​ະ​ມາ​ຊິກ​ສັນ​ຊາດ​ຈີນ​ສາມ​ຄົນ​ຂອງ​ອົງ​ການ​ທີ່​ບໍ່​​ຫ​ວັງ​ຜົນ​ກຳ​ໄລ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ອາ​ເມ​ລິ​ການັ້ນ ໄດ້ຖືກ​ຈັບ​ ແລະ​ຫາຍ​ສາບ​ສູນ​ຢູ່​ຈີນ.
ອົງ​ການ​ຕຳຫຼວດ​ເມືອງ​ກ້ານ​ໂຈ່ວ​ແຂວງ​ຈ່ຽງ​ຊີ່​ຈີນ ແຈ້ງວ່າ, ຫວ່າງມໍ່ໆ​ມານີ້, ໂດ​ຍ​ອີງ​ຕາມ​ການ​ແຈ້ງບອກຂອງ​ປະ​ຊາ​ຊົນ, ອົງ​ການ​ຂອງ​ຕົນໄດ້​ມ້າງ​ຄະ​ດີ​ນຳ​ໃຊ້​ເຄື່ອງ​ດັກ​ລັກ​ຟັງ​​ແລະລັກ​ຖ່າຍ​ຮູບຢ່າງ​ຜິດ​ກົດ​ໝາຍ ໂດຍ​ສາ​ມາດ​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ສາມ​ຄົນ​ຄື: ຊູ່​ເຮີງ, ຫຼີ​ຈ່າວ ແລະ​ຮ​ວ້າ​ໄຫ​ເຟິ່ງ.

    ຂ່າວ​ແຈ້ງວ່າ, ວັນ​ທີ 24 ພຶດ​ສະ​ພາ​ຜ່ານ​ມາ, ຕຳຫຼວດ​ເມືອງ​ກ້ານ​ໂຈ່ວ​ແຂວງ​ຈ່ຽງ​ຊີ່ ໄດ້​ຮັບ​ການ​ແຈ້ງ​ບອກຈາກ​ໂຮງ​ງານ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຕົນ​ວ່າ, ຫວ່າງມໍ່ໆ​ນີ້, ໄດ້​ປາ​ກົດ​ເຫັນ​ກຳ​ມະ​ກອນ​ຜູ້​ໜຶ່ງ​ມັກ​ລັກ​ຖ່າຍ​ຮູບຈຸດ​ເຮັດ​ວຽກ​ຕ່າງໆ​ຂອງພາຍ​ໃນ​ໂຮງ​ງານ​ເລື້ອຍໆ​ໃນ​ໄລ​ຍະ​ເຮັດ​ວຽກ, ຈາກນັ້ນ​ຈຶ່ງ​ສົງ​ໄສວ່າ ຄວາມ​ລັບ​​ທາງການ​ຄ້າ​ຂອງ​ໂຮງ​ງານ​ຕົນ​ອາດ​ຈະ​ຖືກ​ລັກ. ​ມາໃນ​ວັນ​ທີ 27-28 ເດືອນ​ດຽວ​ກັນ, ຕຳຫຼວດ​ທ້ອງ​ຖິ່ນ​ໄດ້​ພົບ ຊູ່​ເຮີງ ກຳ​ມະ​ກອນ​ຂອງ​ໂຮງ​ງານ​ດັ່ງ​ກ່າວ ພ້ອມ​ດ້ວຍ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ສອງ​ຄົນ​ຄື ຫຼີ​ຈ່າວ ແລະ ຮ​ວ້າ​ໄຫ​ເຟິ່ງ ຢູ່​ໂຮງ​ແຮມ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ກ້ານ​ໂຈ່ວ, ທັງ​ໄດ້​ຄົ້ນ​ພົບ​ແລະ​ຍຶດ​ເຄື່ອງ​ດັກ​ລັກ​ຟັງ​ແລະ​ລັກ​ຖ່າຍຮູບ ພ້ອມ​ດ້ວຍ​ຮູບ​, ສຽງ ແລະ​ພາບ​ວິ​ດີ​ໂອ​ກ່ຽວ​ກັບ​ໂຮງ​ງານ​ດັ່ງ​ກ່າວ​ຢ່າງຫຼວງຫຼາຍ​ໃນ​ຖົງເຄື່ອງ​ຂອງ​ສາມ​ຄົນ​ດັ່ງ​ກ່າວ.

    ຫຼັງເຈົ້າ​ໜ້າ​ທີ່​ຕຳຫຼວດ​ສືບ​ສວນ​ເພີ່ມ​ຕື່ມ ແລະ​ການ​ຮັບ​ສາ​ລະ​ພາບ​ຂອງ​ຜູ້​ຕ້ອງ​ຫາທີ່​ຖືກ​ຜູ້​ອື່ນ​ບົ່ງ​ການ​, ຊູ່​ເຮີງ, ຫຼີ​ຈ່າວ ແລະ​ຮ​ວ້າ​ໄຫ​ເຟິ່ງ ໄດ້​ວາງ​ແຜນ​ເຂົ້າ​ໂຮງ​ງານ​ດັ່ງ​ກ່າວ​ດ້ວຍ​ຮູບ​ການເປັນ​ກຳ​ມະ​ກອນ​ຮັບ​ຈ້າງ ເພື່ອ​ເກັບ​ໂຮມ​ເອ​ກະ​ສານ​ລັບ​ດ້ານ​ການ​ຄ້າ​ຂອງ​ໂຮງ​ງານ ທັງ​ສະ​ໜອງ​ໃຫ້​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຕ່າງ​ປະ​ເທດ. ​ທັງ​ນີ້ ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ ພວກເຂົາ​​ໄດ້​ກໍ່​ຄະ​ດີຫຼາຍ​ເທື່ອ​ໃນ​ທົ່ວ​ປະ​ເທດ ແລະ​ໄດ້​ສະ​ໜອງ​ໃຫ້​ອົງ​ການ​ຕ່າງ​ປະ​ເທດ​​ນັບ​ບໍ່​ຖ້ວນ.
ປັດ​ຈຸ​ບັນ,​ໂດຍ​ປະ​ຕິ​ບັດ​ຕາມ​ມາດ​ຕາ 284 ​ຂອງ​ກົດ​ໝາຍ​ອາ​ຍາ​ຈີນ, ຕຳຫຼວດ​ທ້ອງ​ຖິ່ນ​ໄດ້ກັກ ຊູ່​ເຮີງ, ຫຼີ​ຈ່າວ ແລະ​ຮ​ວ້າ​ໄຫ​ເຟິ່ງດ້ວຍ​ຂໍ້​ຫາ​ນຳ​ໃຊ້ເຄື່ອງ​ດັກ​ລັກ​ຟັງແລະ​ລັກ​ຖ່າຍ​ຮູບ​ຢ່າງ​ຜິດ​ກົດ​ໝາຍ ແລະ​ກຳ​ລັງ​ດຳ​ເນີນຄະ​ດີນີ້​ຕື່ມ​ອີກ​ຕາມ​ກົດ​ໝາຍ​ຂອງ ສ​ປ ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ