ວິ​ສາ​ຫະ​ກິດ​ຜະ​ລິດ​ເກີບ​ຂອງ​ຕ່າງ​ປະ​ເທດ​ເຫັນ​ອະ​ນາ​ຄົດທີ່​ສົດ​ໃສ​ຂອງ​ການ​ສ້າງ​ໂຮງ​ງານ​ຢູ່​ອິນ​ໂດ​ເນ​ເຊຍ
2017-06-07 14:35:59  cri 
    ໜັງ​ສື​ພິມ​ສາ​ກົນ​ລາຍ​ວັນ​ຂອງ​ອິນ​ໂດ​ເນ​ເຊຍ​ສະ​ບັບ​ວັນ​ທີ 6 ມິ​ຖຸ​ນານີ້​ລາຍ​ງານ​ວ່າ, ກ່ອນ​ໜ້ານີ້​ບໍ່​ດົນ, ກົມ​​ແຜ່ນ​ແພ​ກະ​ຊວງ​ອຸດ​ສ​າ​ຫະ​ກຳ​ປະ​ເທດ​ຕົນ​ກ່າວ​ວ່າ, ຂະ​ແໜງ​ການ​ຜະ​ລິດ​ເກີບ​ຂອງ​ປະ​ເທດ​ຕົນ ມີ​ອະ​ນາ​ຄົດ​ທີ່​ສົດ​ໃສດ​ຍ​ເຫັນ​ໄດ້​ຈາກຫວ່າງມໍ່ໆ​ນີ້ ໄດ້​ມີ​ວິ​ສາ​ຫະ​ກິດ​ຜະ​ລິດ​ເກີບຕ່າງ​ປະ​ເທດ 5 ແຫ່ງ ​ເຂົ້າ​ມາລົງ​ທຶນ​ສ້າງ​ໂຮງ​ງານ​ຢູ່​ແຂວງ​ຈາ​ວາ​ຕາ​ເວັນ​ອອກ ​ດ້ວຍ​ມູນ​ຄ່າ​ການ​ລົງ​ທຶນ​​ປະ​ມານ 600 ລ້ານ​ໂດ​ລາ ແລະ​ມີ​ຄວາມ​ສາ​ມາດ​ຜະ​ລິດ​ເກີບ​ກິ​ລາ​ແລະ​ເກີບ​ໜັງ 30 ລ້ານ​ຄູ່​ຕໍ່​ປີ.

    ປະ​ເທດ​ອິນ​ໂດ​ເນ​ເຊຍ ມີ​ໂຮງ​ງານ​ຜະ​ລິດ​ເກີບ 396 ແຫ່ງ​ໂດຍ​ສາ​ມາດ​ຜະ​ລິດ​ເກີບ​ໄດ້ 560 ລ້ານ​ຄູ່​ຕໍ່​ປີ, ແຕ່​ວັດ​ຖຸ​ດິບ, ເຄື່ອງ​ປະ​ກອບ ແລະ​ວັດ​ຖຸ​ສຳ​ຮອງ​ສ່ວນຫຼາຍ ຕ້ອງ​ໄດ້​ນຳ​ເຂົ້າ. ຈາກນີ້ ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຈຶ່ງ​ມີ​ແຜນ​ຈະ​ສ້າງ​ສູນ​ຜະ​ລິດ​ວັດ​ຖຸ​ດິບ ເພື່ອ​ເພີ່ມ​ປະ​ລິ​ມານວັດ​ຖຸ​ດິບ​ໃຫ້​ແກ່​ການ​ຜະ​ລິດເກີບປະ​ເພດ​ຕ່າງໆໃຫ້​ສູງ​ຂຶ້ນ​ ແລະສາ​ມາດຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ