ຈີນ​ສ້າງ​ເວ​ທີ​ໃໝ່​ການ​ຮ່ວມ​ມືດ້ານ​ຕຸ​ລາ​ການ​ກັບ​ອາ​ຊຽນ
2017-06-07 18:48:54  cri 
    ຕາມ​ຂ່າວ​ສານ​ຈີນ: ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ພິ​ພາກ​ສາ​ໃຫຍ່​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດກວາງ​ຊີ ສ​ປ ຈີນ​ແຕ່​ວັນ​ທີ 7-9 ມິ​ຖຸ​ນານີ້ ໂດຍ​ມີ​ຜູ້​ຮັບ​ຜິດ​ຊອບ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ 16 ປະ​ເທດ​ຄື​ມາ​ເລ​ເຊຍ, ຟິ​ລິບ​ປິນ, ສິງ​ກະ​ໂປ, ໄທ, ບ​ຣູ​ໄນ, ຫວຽດ​ນາມ ແລະ​ອິນ​ເດຍ​ເປັນ​ຕົ້ນເຂົ້າ​ຮ່ວມ​.

    ທ່ານ ຮວງ​ເຄີ້ ຫົວ​ໜ້າ​ສານ​ປະ​ຊາ​ຊົນ​ຂັ້ນ​ສູງ​ເຂດ​ວາງ​ຊີ​ຈີນ ກ່າວ​ໃນ​ວັນ​ທີ 6 ມິ​ຖຸ​ນານີ້​ວ່າ, ຄຽງ​ຄູ່​ກັບ​ການ​​ພົວ​ພັນ​ດ້ານ​ການ​ຄ້າ​ແລະ​ບຸກ​ຄະ​ລາ​ກອນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ລະ​ຫວ່າງ​ເຂດກວາງ​ຊີ​ກັບ​ອາ​ຊຽນ ກໍ​ຫວັງ​ຈະ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ການ​ທີ່​ສອງ​ຝ່າຍ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ ເຊັ່ນ​ການ​ກະ​ທຳ​ຜິດ​ຂ້າມ​ພາກ​ພື້ນເປັນ​ຕົ້ນ, ​ການຊຸກ​ຍູ້ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ກົມ​ກຽວ​ກັນ​ແລະເປັນລະ​ບຽບ​ຮຽບ​ຮ້ອຍ​ທີ່​ເປັນ​ຮູບ​ປະ​ທຳ ແລະ​ສະ​ພາບ​ການ​ຮ່ວ​ມ​ມື​ດ້ານ​ຕຸ​ລາ​ການ​ທີ່​ແທ້​ຈິງ​ແລະ​ບັງ​ເກີດ​ຜົນ​ນັ້ນ ແມ່ນ​ໜ້າ​ທີ່​ທີ່​ຮີບ​ດ່ວນ​ທີ່​ສຸດ. ຈາກນີ້, ເຂດກວາງ​ຊີ​ໃຊ້​ຮູບ​ການ​ຕ່າງໆ ເຊັ່ນ​ການ​ສ້າງ​ສູນ​ແລກ​ປ່ຽນ​ອົບ​ຮົມ​ຜູ້​ພິ​ພາກ​ສາ​ຈີນ-ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ເວັບ​ໄຊ​ສູນ​ຂໍ້​ມູນ​ຂ່າວ​ສານ​ກົດ​ໝາຍ​ແລະ​ຕຸ​ລາ​ການ​ຈີນ-ອາ​ຊຽນ ແລະ​ອື່ນໆ ເພື່ອ​ສ້າງ​ເວ​ທີ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ຈີນ-ອາ​ຊຽນ ແລະ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ກົດ​ໝາຍ​ການ​ລົງ​ທຶນ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ. ຂະ​ນະ​ດຽວ​ກັນ, ຈະ​ເພີ່ມ​ທະ​ວີ​ການ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ກົດ​ໝາຍ​ຕ່າງໆ​ທີ່​ມີ​ຄຸນ​ນະ​ພາບ​​ສູງ​ ໂດຍ​ຫັນ​ໜ້າ​ສູ່​ອາ​ຊຽນ ເພື່ອ​ບໍ​ລິ​ການ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ