ປິດກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນ​ອາ​ຊີ 2017
2017-06-08 11:36:00  cri 


ຕາມ​ຂ່າວCRI: ຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ, ກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນອາ​ຊີ 2017 ​ຈັດຢູ່​ເມືອງ​ຊິ່ງ​ຕາວ​ແຂວ​ງ​ຊ່ານ​ຕຸ່ງ​ຂອງ​ຈີນ​​ໄດ້​ອັດ​ລົງ​​ໃນ​ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ​ນີ້  ໂດຍ​ທ່ານ ສາງ​ຈິ້ນ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ວິ​ທະ​ຍຸ​ອາ​ຊີ​ປາ​ຊີ​ຟິກ​ໄດ້ຖະ​ແຫຼງ​ຮັບ​ຮອງ​ເອົາ "ຖະ​ແຫຼງ​ການ​ຊິ່ງ​ຕາວ​ວ່າ​ດ້ວຍ​ສື່ມວນ​ຊົນ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ຂອງໂລກ".


ຖະ​ແຫຼງ​ການ​​ເນັ້ນ​ວ່​າ: ບໍ່​ວ່າຈະ​ເປັນ​ສື່​ເກົ່າ​ຫຼື​ບຸກ​ຄົນ​ທີ່​ເຮັດ​ວຽກ​ສື່​ໃໝ່ ກໍ​ຄວນ​ອຸ​ທິດ​ກຳ​ລັງ​ຂອງ​ຕົນເພື່ອບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ດ້ວຍເງື່ອນ​ໄຂ​ທີ່​ບໍ່​ລະ​ເມີດ​ຈັນ​ຍາ​ບັນ​ສື່. ​ຂະ​ນະ​ດຽວ​ກັນ,ຖະ​ແຫຼງ​ການ​ກໍໄດ້​ຮຽກ​ຮ້ອງ​ໃຫ້ ສື່ມວນ​ຊົນ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດຕາມຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າ​ວ​ສານ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ພ້ອມ​ທັງ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຫຼາຍ​ດ້ານ​ເຊັ່ນ: ການເຮັດ​ໃຫ້​ກາຍ​ເປັນ​ສື່​ທີ່​ມີ​ຄຸນ​ນະ​ພາບ, ຍົກ​ລະ​ດັບ​ຈັນຍາ​ບັນ​ສື່​ມະ​ຫາ​ຊົນ​ໃຫ້​ສູງ​ຂຶ້ນແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ບຸກ​ຄະ​ລາ​ກອນຂ່າວ​ສານ​ແລະ​ອື່ນໆ.ໃນ​ພິ​ທີ​ປິດ,ອົງ​ການ​ພັດ​ທະ​ນາ​ວິ​ທະ​ຍຸ​ອາ​ຊີ​ປາ​ຊີ​ຟິກ​ຍັງໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ໂທ​ລະ​ພາບ​ໂລກ​ປີ 2017 ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ