6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ບັ​ນ​ລຸ "ຂໍ້​ລິ​ເລີ່ມ​ຄຸນ​ໝິງ"
2017-06-08 16:20:55  cri 
ກອງ​ປະ​ຊຸມ​ການ​ອະ​ນຸ​ລັກ​ແລະ​ໂຄ​ສະ​ນາ​ເຜີຍ​ແຜ່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຢູ່​ຕາມແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ ສ​ປ ຈີນ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້ ໂດຍ​ເຈົ້າ​ໜ້າ​ທີ່ຄຸ້ມ​ຄອງ​​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການຈາກ 6 ປະ​ເທດ​ເຊັ່ນ: ຈີນ,ລາວ,ກຳ​ປູ​ເຈຍ,ມຽນ​ມາ,ໄທ​ແລະ​ຫວຽດ​ນາມ ໄດ້​​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ​ການ​ອະ​ນຸ​ລັກ​​ແລະ​ໂຄ​ສະ​ນາ​ເຜີຍ​ແຜ່ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ພ້ອມ​ທັງ​ໄດ້​ບັນ​ລຸ​​ຄວາມ​ເປັນ​ເອກ​ະ​ພາບຕໍ່ "ຂໍ້​ລິ​ເລີ່ມ​ຄຸນ​ໝິງ".

ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ເຫັນ​ວ່າ: ການ​ເລັ່ງ​​​ບາດ​ກ້າວ​ຂອງການ​ຫັນເປັນ​ອຸດ​ສາ​ຫະ​ກຳ,ການ​ຫັນ​ເປັນ​ຕົວ​ເມືອງ​ແລະ​ໂລ​ກາ​ພິ​ວັດ​ຢ່າງວ່ອງ​ໄວ ໄດ້​ເຮັດ​ໃຫ້​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແລະ​ໄພ​ຂົ່ມ​ຂູ່​​ນັບ​ມື້​ນັບ​ໜັກ​ໜ່ວງ​ຂຶ້ນ​. ສະ​ນັ້ນ, "ຂໍ້​ລິ​ເລີ່ມ​ຄຸນ​ໝິງ" ຈຶ່ງ​ເນັ້ນວ່າ: ຂະ​ແໜງ​ການ​ຄຸ້ມ​ຄອງ​​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ 6 ​ປະ​ເທດຄວນ​ຕັ້ງ​ໜ້າ​ສົ່ງ​ເສີມ​ແລະ​ສະ​ໜັບ​ສະ​ໜູນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ,ການຮ່ວມ​ຮ້ອ​ງ​ຂໍ​ຂໍ​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ການ​​ສຳ​ຫຼວດຄົ້ນ​ຄວ້າ​​ບູ​ຮານ​ນະ​ຄະ​ດີ​ແລະ​ອື່ນ​ໆ.

ໃນ​ກອງ​ປະ​ຊຸມ, ພະ​ແນກ​ວັດ​ຖຸ​ບູ​ຮານ​ແຂວງ​ຢຸນ​ນານ​ຍັງ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ກັບ​ລາວ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ 5 ຂົງ​ເຂດ​ເຊັ່ນ: ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ ແລະ ຫໍ​ພິ​ພິ​ທະ​ພັນ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ