ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປເຖິງນະຄອນຫຼວງອັສທານາແຫ່ງສາທາລະນະລັດກາຊັກສະຖານດ້ວຍເຮືອບິນພິເສດໃນວັນທີ 7 ມິຖຸນານີ້ ເພື່ອຢ້ຽມຢາມປະເທດດັ່ງກ່າວທາງລັດຖະກິດ ແລະເຂົ້າຮ່ວມກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ ແລະພິທີໄຂງານວາງສະແດງສິນຄ້າໂລກສະເພາະອັສທານາ.
ທ່ານ ສີຈິ້ນຜິງກ່າວວ່າ, ນັບແຕ່ຈີນ-ກາຊັກສະຖານສ້າງຕັ້ງສາຍພົວພັນທາງການທູດມາເປັນເວລາ 25 ປີ, ສອງປະເທດໄດ້ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງຢ່າງຕໍ່ເນື່ອງ, ຂະນະທີ່ສາຍພົວພັນຂອງສອງປະເທດທີ່ຂະຫຍາຍຕົວນັ້ນ ໄດ້ສ້າງຜົນປະໂຫຍດຕົວຈິງມາສູ່ສອງລັດແລະປະຊາຊົນສອງປະເທດ. ຂ້າພະເຈົ້າຫວັງວ່າ, ການຢ້ຽມຢາມຄັ້ງນີ້ຈະສາມາດຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດກ້າວໄປສູ່ລະດັບສູງກວ່າເກົ່າ ແລະຫວັງໃຫ້ລົງເລິກແລກປ່ຽນຄວາມເຫັນກັບຝ່າຍຕ່າງໆຂອງອົງການຕົນໃນບັນຫາໃຫຍ່ໆພ້ອມດ້ວຍບັນຫາສາກົນແລະພາກພື້ນທີ່ສົນໃຈຮ່ວມກັນໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ ເພື່ອປຶກສາຫາລືການພັດທະນາໃນອະນາຄົດ ແລະຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ. ພ້ອມນີ້ກໍຂໍອວຍພອນງານວາງສະແດງສິນຄ້າໂລກສະເພາະອັສທານາຈົ່ງປະສົບຜົນສຳເລັດຢ່າງຈົບງາມ.