ປີ​ຜ່ານ​ມາ​ຈີນ​ບັນ​ລຸຍອດ​ມູນ​ຄ່າ​ການ​ຄ້າ​ຂ້າມ​ຊາດ​ເຖິງ 5850 ຕື້ຢວນ
2017-06-08 16:21:48  cri 
ກອງ​ປະ​ຊຸມ​ສະ​ມາ​ຄົມ​ມິດ​ຕະ​ພາບ​ການ​ຄ້າ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້, ໂດຍຜູ້​ຊ່ຽວ​ຊານ​ທີ່​ເຂົ້າ​ຮ່ວມ​ປະ​ຊຸມ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຂອງ​ຈີນ​ຕື່ມ​ອີກ.

ທ່ານ​ຫຼີ້​ມິງ​ທ່າວ, ຜູ້​ວ່າ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ສາ​ກົນ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ, ປີ​ຜ່ານ​ມາ​ປະ​ເທດ​ຕົນ​ບັນ​ລຸ​ມູນ​ຄ່າ​ການ​ຄ້າ​ຂ້າມ​ຊາດ​ເຖິງ 5850 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ 2015 ​ເພີ່ມ​ຂຶ້ນ 28,2%, ຂະ​ນະ​ທີ່ມູນ​ຄ່າ​ຂາຍ​ຍ່ອຍ​ຂ້າມ​ຊາດ​ກໍ​ບັນ​ລຸ​ເຖິງ 1250 ຕື້ຢວນ, ກວມ 21,4% ຂອງຍອດ​ມູນ​ຄ່າ​ການ​ຄ້າ. ໃນ​ນັ້ນ, ມູນ​ຄ່າ​ນຳ​ເຂົ້າ​ຂ້າມ​ຊາດ​ຂອງ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​​ບັນ​ລຸ​ເຖິງ 306 ຕື້ຢວນ, ມູນ​ຄ່າ​ສົ່ງ​ອອກ​ບັນ​ລຸ​ເຖິງ 944 ຕື້ຢວນ. ຂະ​ນະ​ທີ່​ຜູ້​ຊື້​ສິນ​ຄ້າ​ທາງ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ກໍ​ມີ 41 ລ້ານ​ຄົນ, ທຽ​ບໃສ່​ໄລ​ລະ​ດຽວ​ກັນ​ຂອງ​ປີ​ 2015 ​ເພີ່ມ​ຂຶ້ນ 78,3%.

ຂ່າວ​ແຈ້ງວ່າ, ​ບໍ​ລິ​ສັດ​ໄປ​ສະ​ນີ​ສາ​ກົນເປີດ​ເຜີຍ​ວ່າ, ບໍ​ລິ​ສັດຂອງ​ຈີນ​ໄດ້​ກວມ 26% ຂຶ້ນ​ໄປ​ໃນ​ບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ