ການ​ລົດ​ສາກົນ​ຈີນ-ອາຊຽນປີ 2017 ຈະ​ຜ່ານອາ​ຊຽນ
2017-06-08 12:10:57  cri 
​ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ມິຖຸນາ​ນີ້,ທ່ານ​ໂມ​ດຕັນ ຮອງ​ເລຂາທິການ​ກອງ​ເລຂາ​ອາ​ຊຽນ​ໄດ້​ຢ້ຽມຢາມ​ພະ​ແນ​ກກິລາ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ປະ​ເທດ​ຈີນ​ໂດຍຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​​ເຫັນ​ກ່ຽວ​ກັບ​ເລື່ອງ​ການ​ແຂ່ງ​ລົດ​ສາກົນ​ຈີນ-ອາ​ຊຽນປີ 2017 ​ແລະ​ມີ​ແຜນການ​ຈະຈັດ​ພິທີ​​ປ່ອຍ​ລົດຢູ່​ເຂດ​ກວາງຊີ​ລະຫວ່າງ​ເດືອນ​ພະຈິກ​ໂດຍ​ເສັ້ນທາງ​ການ​ແຂ່ງ​ຂັນຈະ​ຜ່ານ 10 ປະ​ເທດ​​ໃນອາຊຽນ.
ທ່ານ​ໂມ​ດຕັນ​ກ່າວ​ວ່າ,ປີ​ນີ້​ແມ່ນ​ປີ​ຄົບຮອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ​ແລະ​ກໍ​ແມ່ນ "​ປີ​ແຫ່ງ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ"​ເຊິ່ງອາ​ຊຽນ​ໃຫ້​ຄວາມ​ສຳຄັນ​ຫຼາຍຕໍ່​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ບົດ​ຮຽນກັບ​ຈີນພ້ອມ​ທັງ​​ໄດ້​ຈັດ​ເອົາ​ການ​ແຂ່ງ​ລົດ​ເຂົ້າ​ໃນ​ການ​ຮ່ວມ​ມື​ຕ່າງໆທັງ​ຈະ​ສະໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອການ​ແຂ່ງ​ລົດ​ຄັ້ງ​ນີ້.
ທ່ານ​ລູອີ້​ເຫວີ​ນ ຮອງ​ຫົວໜ້າ​ພະ​ແນ​ກກິລາ​ເຂດ​ກວາງຊີ​ກ່າວ​ວ່າ,ການ​ແຂ່ງ​ລົດ​ຄັ້ງ​ນີ້​ນອກຈາກ​ການ​ແຂງ​ຂັນ​ແລ້ວ,ຍັງ​ມີ​ແຜນການ​​ຢ້ຽມຢາມ​ໂຄງການ​ຮ່ວມ​ມື​ຈີນ-ອາ​ຊຽນ​ເປັນ​ຕົ້ນ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໃນຫຼາຍຂົງ​ເຂດ​ໃຫ້​ດີກ​ວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ