​ທໍ່​ສົ່ງ​ນ້ຳມັນ​ຈີນ-ມຽນມາ​ສົ່ງ​ນ້ຳມັນ​ດິບ​ເຖິງ​ໂຮງງານ​​ເຄມີ​ນ້ຳມັນ​ເຊື້ອ​ໄຟ​​​ຢຸນນານ​ແລ້ວ
2017-06-08 12:17:08  cri 
ຕາມ​ຂ່າວສານ​ຊິນ​ຮວາ:ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ອາຍ​ແກັ​ສທຳ​ມະ​ຊາດ​ຈີນ​ໃຫ້​ຮູ້​ວ່າ,ນ້ຳມັນ​ດິບ​ຈາກ​ທໍ່​ສົ່ງ​ນ້ຳມັນ​ຈີນ-ມຽນມາ​ໄດ້​​ເຖິງ​ໂຮງງານ​ເຄມີ​ນ້ຳມັນ​ເຊື້ອ​​ໄຟ​​ຢຸນນານທີ່​ຕັ້ງ​ຢູ່​ເມືອງ​ອານ​ໜິງ​ແຂວງ​ດັ່ງກ່າວ​ແລ້ວ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ມິຖຸນາ​ນີ້.
​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ຈີນ-ມຽນມາ​ແມ່ນ​ໜຶ່ງ​ໃນໂຄງການ​ຮ່ວມ​ມື​ທໍ່​ສົ່ງ​ນ້ຳມັນ​ແລະ​ແກັສທຳ​ມະ​ຊາດ​ຈີນ-ມຽນມາ​ໂດຍ​ເມື່ອເດືອນກໍລະກົດ​ປີ 2013, ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ໄດ້​ເລີ່​ມຜະລິດ​ແລະ​ສົ່ງ​ອາຍ​ແກັ​ສທຳ​ມະ​ຊາ​ດຢ່າງ​ເປັນ​ທາງ​ການ​ແລະມາ​ຮອດ​ປັດຈຸບັນ​ໄດ້​ສົ່ງ​ມາ​ຈີນ​ປະມານ 14 ຕື້ ​ແມັດ​ກ້ອນ​ແລ້ວ.ທັງ​ນີ້​ທໍ່​ສົ່ງ​ນ້ຳມັນ​ຈີນ-ມຽນມາ​ມີ​ຄວາມ​ສາມາດ​ສົ່ງ​ນ້ຳມັນ​ໃນ​ປະລິມານ 13 ລ້ານ​ໂຕນ​ຕໍ່​ປີ​ແລະ​ນ້ຳມັນ​ດິບ​ໄດ້​ສົ່ງ​ຜ່ານເມືອງຢຸ້ຍລີ້​ແຂວງ​ຢຸນນານ​ເຂົ້າປະ​ເທດ​ຈີນ​ໃນ​ວັນ​ທີ 19 ພຶດສະພາ​ແລ້ວ​ນີ້.
ຫຼັງສົ່ງ​ເຂົ້າມາ​ຈີນຜ່ານ​ເມືອງ​ຢຸ້ຍລີ້​ແຂວງ​ຢຸນນານ​ແລ້ວ,ທໍ່​ສົ່ງ​ແກັ​ສທຳ​ມະ​ຊາດ​ໄດ້​ຕໍ່​ໄປ​ເຖິງ​ເມືອງ​ກຸ້ຍ​ກ່າງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ,ສ່ວນ​ທໍ່ສົ່ງ​ນ້ຳມັນ​ໄດ້​ໄປ​ເຖິງ​ໂຮງງານ​ເຄມີ​ນ້ຳ​ມັນ​ເຊື້​​ອໄຟ​ຢຸນນານ​ຢູ່​ເມືອງ​ອານ​ໜິງ​ແຂວງ​ຢຸນນານ​ໂດຍ​ກົງແລະ​ໃນ​ຕໍ່ໜ້າ,ນ້ຳມັນ​ດິບ​ຈາກ​ທໍ່​ສົ່ງ​ນ້ຳມັນ​ດັ່ງກ່າວ​ຈະ​ປຸງ​ແຕ່ງ​ແລະຈຳໜ່າຍຢູ່​ໂຮງງານ​ເຄມີ​ນ້ຳມັນ​ເຊື້ອ​ໄຟ​ຢຸນນານ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ນ້ຳມັນ​ສຳ​ເລັດ​ຮູບ​ແລະ​ຜະລິດ​ຕະພັນ​ອຸດສາຫະກຳ​ເຄມີ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ