ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ປະທານາທິບໍດີ​ອັຟກາ​ນິສະຖານ
2017-06-08 16:52:46  cri 
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ມິຖຸນາ​ນີ້,ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອາສຣັຟ ກາ​ນີ ປະທານາທິບ​ບໍດີອັຟກາ​ນິສະຖານ​ຢູ່​ນະຄອນຫຼວງ​ອາສຕານາປະ​ເທດ​ກາ​ຊັກ​ສະຖານ.
​ໂອກາດ​ດັ່ງກ່າວ,ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ,ຈີນ​ເດັດດ່ຽວ​ປະຕິບັດ​ນະ​ໂຍບາ​ຍມິດຕະພາບ​ຕໍ່​ອັຟກາ​ນິສະຖານ​ແລະ​ເສີມ​ຂະຫຍາຍ​ບົດບາດ​​ຊຸກຍູ້​ການ​ສ້າງ​ສັນຕິພາບຄືນ​ໃໝ່​ແລະ​ຂະ​ບວນການ​ປອງ​ດອງ​ຂອງ​ອັຟກາ​ນິສະຖານຢ່າງ​ສ້າງສັນຂະນະ​ດຽວ​ກັນ​ກໍ​ສະໜັບສະໜູນ​ອັຟກາ​ນິສະຖານ​ເສີມ​ຂະຫຍາຍ​ບົດບາດ​​ຊຸກຍູ້​ການ​ເຊື່ອມ​​ໂຍງ​ເສດຖະກິດ​​ແລະ​ການ​ເຊື່ອມ​ໂຍງ​​ຂອງ​ພາກ​ພື້ນຫຼາຍ ກວ່າ​ເກົ່າ.
ທ່ານ​ກາ​ນີກ່າວ​ວ່າ,ອັຟກາ​ນິສະຖານ​ຂອບ​ໃຈ​ຈີນ​ທີ່​ສະໜັບສະໜູນ​ການ​ສ້າງ​ສັນ​ຕິພາບ​ຄືນ​ໃໝ່​ແລະ​ຂະ​ບວນການ​ປອງ​ດອງ​​ຂອງ​ປະ​ເທດ​ຕົນ,ພ້ອມ​ທັງ​ຈະ​ສຸມ​​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ຄວາມ​ໝັ້ນຄົງກັບ​ຈີນ​ແລະ​ສະ​ແດງ​ຄວາມຊົມ​ເຊີຍ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​​ເຊິ່ງກໍ​ຫວັງຈະ​ເຊື່ອມ​ໂຍງ​ການ​ພັດທະນາ​ຂອງ​ຕົນ​​ເຂົ້າກັບ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ພ້ອມ​ທັງ​ຈະຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​​ການ​ເຊື່ອມ​ໂຍງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ