ມຽນມາພົບ​ຊາກ​ເຮືອບິນ​ແລະ​ສົບ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈຳນວນ​ໜຶ່ງ​​ແລ້ວ
2017-06-08 17:02:20  cri 
ຕາມ​ຂ່າວສານ​ຊິນ​ຮວາ:ກອງທັບດມຽນມາ​​ເປີດ​ເຜີຍ​ໃນ​ວັນ​ທີ 8 ມິຖຸນາ​ນີ້​ວ່າ,​ຕອນ​ເຊົ້າ​ມື້​ດຽວ​ກັນ,ເຈົ້າ​ໜ້າ​ທີ່​ກູ້​ໄພໄດ້​ພົບ​ຊາດ​​ເຮືອບິນ​ຂົນ​ສົ່ງ​ທະຫານ​ແລະ​ສົບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈຳນວນ​ໜຶ່ງ​​ຢູ່​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ລັງ​ນົງ​ແຂວງ​ທາ​ນິນທາຣີ ທາງ​ພາກ​ໃຕ້​ປະ​ເທດ​ຕົນຫຼັງ​ເຮືອບິນ​ດັ່ງກ່າວ​ຂາດ​ການ​ຕິດ​ຕໍ່​ໃນ​ວັນ​ທີ 7 ​ເດືອນ​ດຽວ​ກັນ.
ກອງ​ທັບ​ມຽນມາ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ພົບ​ເຫັນ​ຊາກ​​ເຮືອບິນ,ສົບ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈຳນວນ​ໜຶ່ງ​ແລະ​ເຄື່ອງ​ຊູຊີບ​ເປັນ​ຕົ້ນ​ຢູ່​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ​ລັງ​ນັງໃນຕອນ​ເຊົ້າ​ວັນ​ທີ 8 ​ເດືອນ​ນີ້​ແລະປັດຈຸບັນ​ຍັງ​ສືບ​ຕໍ່​ການ​ຊອກ​ຄົ້ນຢ່າງ​ຕໍ່​ເນື່ອງ.​ແນວ​ໃດ​ກໍ​ດີ,ກອງ​ທັບ​ປະ​ເທດ​ດັ່ງກ່າວ​ບໍ່​ໄດ້​ເປີດ​ເຜີຍ​ສົບ​ຜູ້​ປະສົບ​ເຄາະ​ຮ້າຍຢ່າງ​ລະອຽດ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ