ຈີນ​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ສອງ​​ຂອງໂລກໃນ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ
2017-06-08 17:09:11  cri 
ກອງ​ປະຊຸມ​ການ​ຄ້າ​ແລະ​ການ​ພັດທະນາ​ອົງການ​ສະຫະ​ປະຊາ​ຊາດ​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ວັນ​ທີ 7 ມິຖຸນາ​ນີ້​ໂດຍ​ຊີ້​ໃຫ້​ເຫັນ​ວ່າ,ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນ​ໂລກ​ໃນ​ປີ 2016 ​ໄດ້​ຫຼຸດລົງ,​ແຕ່​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຈາກ​ຈີນ​ໄດ້​ເພີ່ມ​ຂຶ້ນ​ແລະ​ກາຍ​ເປັນ​ປະ​ເທດ​​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ໃນ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ.
ບົດ​ລາຍ​ງານ​ການ​ລົງທຶນ​ຂອງ​ໂລກ​ປີ 2017 ທີ່​ກອງ​ປະຊຸມ​ການ​ຄ້າ​ແລະ​ການ​ພັດທະນາ​ອົງການ​ສະຫະ​ປະຊາ​ຊາດ​ເປີດ​ເຜີຍ​ໃນ​ວັນ​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ,ຍອດ​ມູນ​ຄ່າ​ການ​ລົງທຶນ​ໂດຍ​ກົງ​ໃນ​ໂລກ​ໃນ​ປີຜ່ານມາ​ໄດ້​ຫຼຸດລົງ 2% ຄື​ມີ​ພຽງ​ແຕ່ 1750 ຕື້​ໂດ​ລາ​ສະຫະລັດ​.ໃນ​ນີ້,ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຈາກ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໄດ້​ຫຼຸດລົງ 11% ​ເປັນ​ຕົ້ນ,​ອາ​ເມ​ລິ​ກາ​​ຫຼຸດລົງ​ເຖິງ 299 ຕື້​ໂດ​ລາ​ສະຫະລັດ,​ແຕ່​ກໍ​ຖື​ວ່າຍັງ​ເປັນ​ປະ​ເທດ​ທີ່​ລົງທຶນ​ຢູ່​ຕ່າງປະ​ເທດ​ຫຼາຍກວ່າ​ໝູ່​ໃນ​ໂລກ.
ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ,ປີຜ່ານມາ,ຈີນ​ໄດ້​ລົງທຶນ​ຢູ່​ຕ່າງປະ​ເທດ​ເພີ່ມ​ຂຶ້ນ 44% ຄື​ບັນລຸ​ເຖິງ 183 ຕື້​ໂດ​ລາ​ສະຫະລັດ​ແລະ​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ສອງ​​ຂອງ​ໂລກໃນ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ.ຂະນະ​ດຽວ​ກັນ,ຈີນ​ໄດ້​ດຶງ​ດູດ​ທຶນ​ຕ່າງປະ​ເທດ 134 ຕື້​ໂດ​ລາ​ສະຫະລັດ​ໂດຍ​ເປັນ​ຮອງພຽງ​ແຕ່​​ອາ​ເມ​ລິ​ກາ​ແລະ​ອັງກິດແລະ​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ສາມ​ທີ່​ທຶນ​ຕ່າງປະ​ເທດ​ໄຫຼ​ເຂົ້າມາ​ໃນ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ