ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ກາ​ຊັກ​ສະ​ຖານ
2017-06-08 16:00:26  cri 

ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງ​ອັ​ສ​ທາ​ນາ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ກາ​ຊັກ​ສະ​ຖານ​ດ້ວຍ​ເຮືອ​ບິນ​ພິ​ເສດ​ໃນ​ວັນ​ທີ 7 ມິ​ຖຸ​ນານີ້ ເພື່ອ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ທາງ​ລັດ​ຖະ​ກິດ ແລະ​ເຂົ້າຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 17 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ມຸກ​ລັດປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ໂລກ​ສ​ະ​ເພາະ​ອັ​ສ​ທາ​ນາ.

    ທ່ານ ສີ​ຈິ້ນ​ຜິງ​​ກ່າວວ່າ, ນັບ​ແຕ່​ຈີນ-ກາ​ຊັກ​ສະ​ຖານ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​​ມາເປັນ​ເວ​ລາ 25 ປີ, ສອງ​ປະ​ເທດ​ໄດ້​ສົ່ງ​ເສີມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ການ​ເມືອງ​ຢ່າງ​ຕໍ່​ເນື່ອງ, ​ຂະ​ນະ​ທີ່ສາຍ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ທີ່​ຂະ​ຫຍາຍ​ຕົວນັ້ນ ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ສາ​ມາດ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ລະ​ດັບ​ສູງກວ່າ​ເກົ່າ ແລະ​ຫວັງ​ໃຫ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຝ່າຍ​ຕ່າງໆຂອງ​ອົງ​ການ​ຕົນ​ໃນ​ບັນ​ຫາ​ໃຫຍ່ໆ​ພ້ອມ​ດ້ວຍ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ເພື່ອ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ພ້ອມນີ້​ກໍ​ຂໍອວຍ​ພອນ​ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ໂລກ​ສະ​ເພາະ​ອັ​ສ​ທາ​ນາ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ