ສ.ເກົາຫຼີ​ສົງ​ໄສ ສ​ປ​ປ ເກົາ​ຫຼີ​ທົດ​ລອງ​ຍິງ​​ຂີ​ປະ​ນາ​ວຸດ
2017-06-08 16:13:17  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ເຈົ້າ​ໜ້າ​ທີ່​ທະ​ຫານ​ສ.ເກົາຫຼີ​ກ່າວ​ໃນ​ວັນ​ທີ 8 ມິ​ຖຸ​ນານີ້​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ສ​ປ​ປ ເກົາຫຼີ​ໄດ້​ຍິງ​ສິ່ງ​ທີ່​ເປັນ​ຕາ​ສົງ​ໄສວ່າ​ເປັນ​ຂີ​ປະ​ນາ​ວຸດ​ໜ້າ​ດິນ​ສູ່​ກຳ​ປັ່ນຫຼາຍ​ລູກ​ໃສ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແຫຼມ​ເກົາຫຼີ ແລະ ​ປັດ​ຈຸ​ບັນ ສ​ປ​ປ ເກົາຫຼີ ບໍ່​ໄດ້ມີ​ປະ​ຕິ​ກິ​ລິ​ຍາ​ໃດໆ​ຕໍ່​ເລື່ອງນີ້​​.

    ສື່ມວນ​ຊົນ​ສ.ເກົາຫຼີ ລາຍ​ງານໂດຍອ້າງ​ຕາມ​ຂ່າວ​ຈາກ​ກົມ​ໃຫຍ່​ເສ​ນາ​ທິ​ການ​ປະ​ສົມກອງ​ທັບ​ສ.ເກົາຫຼີ​ວ່າ, ສ​ປ​ປ ເກົາຫຼີ ໄດ້​ຍິງ​ຫຍັງກໍ​ບໍ່​ຮູ້ຫຼາຍ​ລູກ​ໃສ່​ເຂດ​ວົນ​ຊາ​ແຂວງ​ກາງວົນ​ໃນ​ມື້​ດັ່ງ​ກ່າວ ເຊິ່ງ​ມີໄລ​ຍະ​ທາງ​ປະ​ມານ 200 ກິ​ໂລ​ແມັດ ເຊິ່ງສົງ​ໄສວ່າ​ອາດ​ຈະ​ເປັນ​ຂີ​ປະ​ນາ​ວຸດ​ລາດ​ຕະ​ເວນ​ແບບ​ໜ້າ​ດິນ​ສູ່​ກຳ​ປັ່ນ.

    ກົມ​ໃຫຍ່​ເສ​ນາ​ທິ​ການ​ປະ​ສົມ​ກອງ​ທັບ​ສ.ເກົາຫຼີ ກ່າວ​ວ່າ, ໄດ້​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ແລະ​ເຕືອນ​ໄພ​​ຈາກການ​ກະ​ທຳ​ຂອງ​ສ​ປ​ປ​ເກົາຫຼີ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ