ຈີນ​ພ້ອມ​ຊ່ວຍ​ເຫຼືອ​ແມຽນມາ​ຫຼັງ​ເກີດ​ເຫດຍົນ​ຕົກ​
2017-06-09 15:57:20  cri 
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ​ມິຖຸນາ​ນີ້,ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກໍລະນີ​ເກີດເຫດການ​ຍົນ​ທະຫານ​ມຽນມາຂາດ​ການ​ຕິດ​ຕໍ່​ວ່າ,ຈີນ​ຍິນ​ດີ​​​ຊ່ວຍ​ເຫຼືອ​ມຽນມາ​ບາງວຽກ​ງານ​ຕາມ​​ຄວາມ​ຕ້ອງການ​ຂອງ​​ປະ​ເທດ​ດັ່ງກ່າວ.

ລາຍ​ງານ​ຂ່າວ​ແຈ້ງ​ວ່າ,ຕອນ​ແລງ​ວັນ​ທີ 7 ​ເດືອນ​ນີ້,ຍົນ​ທະຫານ​ມຽນມາ​ລຳ​ໜຶ່ງ​ຂາດ​ການ​ຕິດ​ຕໍ່​ຢູ່​ພາກ​ໃຕ້​ປະ​ເທດ​ດັ່ງກ່າວ​ໂດຍ,ໃນ​ຍົນ​ມີ 100 ກວ່າ​ຄົນ,ປັດຈຸບັນ​​ທະຫານ​ມຽນມາ​ພວມ​ດຳ​ເນີນ​​ການຊອກຄົ້ນ​ຂະນະ​ທີ່​ກອງທັບ​ມຽນມາ​ເປີດ​ເຜີຍ​​ໃນ​ວັນ​ທີ 8 ​ເດືອນນີ້​ວ່າ,​ໄດ້​ພົບ​ເຫັນ​ສົບ​ຜູ້​ໂດຍສານ​ແລະ​ຊາກ​ເຮືອ​ບິນ​ຈຳນວນ​ໜຶ່ງ​ແລ້ວ.

ທ່ານ​ນາງ​ຮ​ວາຊຸນ​ຢີງກ່າວ​ວ່າ,ຈີນ​ສະ​ແດງ​ຄວາມ​​ເສຍໃຈ​ຢ່າງ​ສຸດ​ຊຶ້ງຕໍ່​ເຫດການ​ທີ່​​ເສົ້າ​ສະຫຼົດ​ໃຈ​ດັ່ງກ່າວແລະ​ຂໍໄວ້ອາ​ໄລ​​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ.​ແນວ​ໃດ​ກໍ​ດີ,ຈີນ​ຍິນ​ດີ​ຊ່ວຍ​ເຫຼືອ​ມຽນມາ​ບາງວຽກ​ງານທີ່​ຈຳ​ເປັນ​ໃນ​ພາຍຫຼັງ.ບໍລິສັດ​ຂາ​ເຂົ້າຂາ​ອອກ​ເຕັກ​ໂນ​ໂລ​ຊີ​ການບິນ​ຈີນ​ກໍ​ໄດ້​ຖະ​ແຫຼງວ່າ,ບໍລິສັດ​ຕົນ​​ໄດ້​ກຽມພ້ອມ​​​ຈະ​ຊ່ວຍ​ມຽນມາ​​ກວດ​ສອບເຫດການ​ຢ່າງ​ເຕັມທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ