ສະຖານີ​ອະວະກາດ​ຈີນ​ຈະ​ເປີດ​ປະຕູຊັບພະຍາກອນ​ທົດ​ລອງ​ອະວະກາດ​ຕໍ່​ພາຍ​ນອກ
2017-06-09 16:47:07  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ຄົ້ນຄວ້າ​ການບິນ​ອະວະກາດ​ທົ່ວ​ໂລກ​ທີ່​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​​ໃນ​ວັນ​ທີ 8 ມິຖຸນາ​ນີ້ໄດ້​ໃຫ້​ຮູ້​ວ່າ,ຈີນ​ມີ​ແຜນການ​ຈະ​ສ້າງ​​ສະຖານີ​ອະວະກາດ​ໃຫ້​ສຳ​ເລັດ​ໃນ​ປີ 2022​ແລະ​ດຳ​ເນີນ​ການ​ທົດ​ລອງ​ວິທະຍາສາດ​ອະວະກາດ​ແລະ​ການ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ຢ່າງ​ຂະໜາດ​ໃຫຍ່​ແລະ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ກໍ​ຈະ​ເປີດ​ຊັບພະຍາກອນ​ທົດ​ລອງ​ວິທະຍາສາດ​ອະວະກາດ​ຕໍ່​ໂລກ.

ປັດຈຸບັນ,ຈີນ​ໄດ້​ເຊັນ​ສັນຍາ​ ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ແລ້ວ​ເຊິ່ງ​ໄດ້​ກວມ​ເອົາທັງ​ນັກ​ບິນ​ອະວະກາດ​ຕ່າງປະ​ເທດ​ສາມາດ​ຂີ່​ຍານ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ຂຶ້ນ​ສູ່​ສະຖານີ​ອະ​ວະ​ກາດ​ຈີນແລະ​ ​ອື່ນໆ.

ສະຖານີ​ອະວະກາດ​ຈີນ​ປະກອບ​ດ້ວຍ 3 ຫ້ອງ​ຄື​ຫ້ອງ​ໃຈກາງໜຶ່ງ​ຫ້ອງ​ແລະ​ຫ້ອງ​ທົດ​ລອງ​ສອງ​ຫ້ອງ,​ແຕ່​ລະ​ຫ້ອງ​ໜັກ 20 ​ໂຕນ,ສະຖານີ​ມີ​ຮູບ​ຄື​ໂຕ​ T ​ໂດຍ​ຫ້ອງ​ໃຈກາງ​ມີ​ປາກ​ເຊື່ອມ​ຕໍ່ 5 ​ແຫ່ງ​ເຊິ່ງສາມາດ​ເຊື່ອມ​ຕໍ່​ກັບ​ຍານ​ຂົນ​ສົ່ງ​ສິ່ງ​ຂອງ​ໜຶ່ງ​ລຳ,ຍານ​ບັນທຸກ​ຄົນ​ສອງ​ລຳ​ແລະ​ຫ້ອງ​ທົດ​ລອງ​ສອງ​ຫ້ອງ​​ແລະ​ປາກ​ເຊື່ອມ​ຕໍ່​ອີກ​ແຫ່ງ​ໜຶ່ງ​​ເປັນ​ຫ້ອງ​ສະ​ເພາະນັກ​ບິນ​ອະວະກາດ​ສາມາດເຄື່ອນ​ໄຫວ​ຢູ່​ນອກ​ຫ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ