ມຽນ​ມາສະ​ຫຼອງ "ວັນ​ມິດ​ຕະ​ພາບ​​ຖານ​​ອ້າຍ​ນ້ອງ​ຈີນ-​ມຽນ​ມາ" ຄັ້ງ​ທີ 2
2017-06-09 11:14:22  cri 


ຕາມ​ຂ່າວCRI: ວັນ​ທີ 8 ມິ​ຖຸ​ນາ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ແລະ​ຄະ​ນະ​ຊາວ​ມຽນ​ມາ​ເຊື້ອ​ສາຍ​ຈີນ​ໄດ້​ຮ່ວມ​ກັນ​ຈັດ​ງານ​ລ້ຽງ​​ຮັບຮອງ"ວັນ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ຈີນ-​ມຽນ​ມາ"​ຄັ້ງ​ທີ 2 ຢູ່​ນະ​ຄອນຢາງ​ກຸງ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ຈີນ​ແລະ​ມຽນ​ມາ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 67 ປີ. ທ່ານ ຫົງ​ລ້ຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ທ່ານ ​ຈໍ​ ຕິນ​ສວີ ລັດ​ຖະ​ມົນ​ຕີ​ກະ​ຊວງທີ່​ປຶກ​ສາ​ແຫ່ງ​ລັດມຽນ​ມາ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ 700 ກວ່າ​ທ່ານ.


ໃນ​ກິດ​ຈະ​ກຳດັ່ງ​ກ່າວໄດ້​ຈັດ​ພິ​ທີ​ມອບທຶນ​ການ​ສຶກ​ສາ"​ມິດ​ຕະ​ພາບ​ຈີນ-ມຽນ​ມາ" ແລະ​ງານ​ວາງ​ສະ​ແດງ​ຮູບພາບ​​ໃນຫົວ​ຂໍ້​ "ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ຍິ່ງໃກ້​ຊິດ​ຂຶ້ນກວ່າ​ເກົ່າ" ແລະ​ໄດ້​ສາຍ​ຮູບ​ເງົາ​ເອ​ກະ​ສານ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​​ເລື່ອງ "ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ,ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສຳ​ເລັດ​ໜ້າ​ທີ່​ທີ່​ສຳ​ຄັນ".


ແຂກ​ຜູ້​ມີ​ກຽດ​ທີ່​ເຂົ້າ​ຮ່ວມ​ໄດ້​ເປັນ​ເອ​ກະ​ພາບ​ແລະ​ພ້ອມຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ຮ່ວມ​ກັນສຶກ​ສາ​ອົບ​ຮົມ​​ນ້ຳ​ໃຈມິດ​ຕະ​ພາບ​​ຖານ​ອ້າຍ​ນ້ອງລະ​ຫວ່າງ​ສອງ​ຝ່າຍໃຫ້​ມີ​ຊີ​ວິດ​ຊີ​ວາ​ແລະ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ