ປະ​ທານ​ປະ​ເທ​ດ​ຈີນ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ
2017-06-09 16:38:50  cri 
ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ນູ​ຊູ​ຕານ ນາ​ຈາ​ບາ​ເອ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ຢູ່​ນະ​ຄອນ​ຫຼວງ​ອັ​ສ​ທາ​ນາ​ປະ​ເທດກາ​ຊັກ​ສະ​ຖານ ໂດຍ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ໄດ້​ຕີ​ລາ​ຄາ​ຜົນ​ສຳ​ເລັດ​ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ຝ່າຍ ​ນັບ​ແຕ່​​ໄດ້ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ທາງ​ການ​ທູດ​ຕະ​ຫຼອດ​ໄລ​ຍະ 25 ປີ​ຜ່ານ​ມາ ​ຂະ​ນະ​ດຽວ​ກັນກໍ​ໄດ້​ກຳ​ນົດ​ທິດ​ທາງ​ແລະ​ຂົງ​ເຂດ​ຈຸດ​ສຸມ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຕໍ່​ໜ້າ ພ້ອມ​ທັງ​ໄດ້​ຕົກ​ລົງຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ ໃຫ້​ພັດ​ທະ​ນາ​​ສູງ​ຂຶ້ນກວ່າ​ເກົ່າ​ທັງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ຍຶດ​ໝັ້ນຕໍ່​ການ​ພັດ​ທະ​ນາ​ທິດ​ທາງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ​​ເຫັນ​ດີ​ໃຫ້ເລັ່ງ​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃຫ້​ເຊື່ອມ​ຕໍ່​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃໝ່ "ເສັ້ນ​ທາງ​ທີ່​ສົດ​ໃສ", ບັນ​ລຸ​ການ​ເຊື່ອມ​ໂຍງ​ຍຸດ​ທະ​ສາດ​​ການ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດເຂົ້າ​ກັນ​ຢ່າງໜັກ​ແໜ້ນ. ນອກ​ນີ້, ສອງ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ແລະ​ການ​ລົງ​ທຶນ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ຕັ້ງ​ໜ້າ​ຮ່ວມ​ມື​ໃນ​ລະ​ດັບທ້ອງ​ຖິ່ນ. ຈີນ​ສະ​ໜັບ​ສະ​ໜູນ​ກາ​ຊັກ​ສະ​ຖານ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ໂລກ​​ອັ​ສ​ທາ​ນາ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈະ​ຮັກ​ສາ​ການ​ປະ​ສານ​ພົວ​ພັນ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນຢ່າງ​ໃກ້​ຊິດ.

ຫຼັງ​ການ​ພົບ​ປະ, ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ເຊັນ "ຖະ​ແຫຼງ​ການ​ຮ່ວມ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແລະ​ສາ​ທາ​ລະ​ນະ​ລັດ​ກາ​ຊັກ​ສະ​ຖານ" ແລະ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ຕໍ່​ການ​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ຫຼາຍ​ສະ​ບັບ​ແລະ​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ