ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ໌ພວມ​ພິ​ຈາ​ລະ​ນາ​​ໂຄງ​ການ​ພັນ​ທະ​ບັດ​ເງິນຢວນ
2017-06-09 16:40:14  cri 
ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ວ​ລາດີ​ເມຍ ຄາ​ສ໌​ເບ​ຄົ​ຟ ຮອງ​ຜູ້​​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ໌​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ສື່ມວນ​ຊົນ​ປະ​ເທດບ​ຣິກ​ສ໌ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​.

ທ່ານ ຄາ​ສ໌​ເບ​ຄົ​ຟ ກ່າວ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງທະ​ນາ​ຄານ​ຕົນ​ກັບ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດຢ່າງໃຫຍ່​ຫຼວງ, ​ໂດຍ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ​ໃນ​​ການ​ຮ່ວມ​ມື​ການ​ບໍ​ລິ​ການ​ສະກຸນ​ເງິນຢວນ ແລະ "ປັດ​ຈຸ​ບັນ ພວກ​ເຮົາ​ພວມ​ພິ​ຈາ​ລະ​ນາ​​ໂຄງ​ການ​ພັນ​ທະ​ບັດ​ເງິນຢວນ."

ທ່ານ ຄາ​ສ໌ເບ​ຄົ​ຟ​ຍັງ​ໃຫ້​ຮູ້​ອີກວ່າ​: ທ້າຍ​ປີ 2016, ທະ​ນາ​ຄານ​​ຂອງ​ຕົນໄດ້​ອະ​ນຸ​ມັດ​ໂຄງ​ການງວດ​ທຳ​ອິດ ໂດຍປັດ​ຈຸ​ບັນ​​ຢູ່​ໃນ​ໄລ​ຍະ​ພິ​ຈາ​ລະ​ນາອະ​ນຸ​ມັດ​ໂຄງ​ການງວດ​ທີ​ສອງ​ແລ້ວ ລວມ​ທັງ 7 ໂຄງ​ການ​ທີ່​ພວມ​ລໍ​ຖ້າ​​ຮັບການ​ອະ​ນຸ​ມັດ ແລະ​ຈະຮູ້ຜົນ​ໃນ​ໃກ້ໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ