ດອກ​ຈິ່ນ​ຢິນ​ຮ​ວ່າ (Lonicera japonica) ຢູ່​ເມືອງ​ຈູ້​ລູ້ແຂວງ​ເຮີ​ເປີຍ​ນຳ​ທາງ​ໄປ​ສູ່​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
2017-06-09 16:43:51  cri 


ໃນ​ຊຸມ​ປີ​ຜ່ານ​ມາ, ເມືອງ​ຈູ້​ລູ້​​ແຂວງ​ເຮີ​ເປີຍ​ຈີນ​ໄດ້​ຖື​ເອົາ​​ການ​ປູກດອກ​ຈິ່ນ​ຢິນ​ຮ​ວ່າ​ເປັນ​ຊ່ອງ​ທາງ​​ສຳ​ຄັນ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ​ຫຼັງ​ເຫັນ​ວ່າ​ເມືອງ​ຂອງ​ຕົນ​ມີ​ມູນ​ເຊື້ອ​ໃນ​ການ​ປູກ​ຕົ້ນ​ຈິ່ນ​ຢິນ​ຮ​ວ່າ​ມາ​ແຕ່​ບູ​ຮານ​ນະ​ການ. ປັດ​ຈຸ​ບັນ, ເນື້ອ​ທີ່​ການ​ປູກດອກ​ຈິ່ນ​ຢິນ​ຮ​ວ່າ​ຢູ່​ເມືອງ​ດັ່ງ​ກ່າວ​ມີ​ເຖິງ 8.666 ເຮັກ​ຕາ ແລະ​ໃນ​ປີ​ໜຶ່ງ​ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້ 1 ຕື້ 200 ລ້ານຢວນ ເຊິ່ງ​ນຳ​ຜົນ​ປະ​ໂຫຍດ​ມາ​ສູ່​ກະ​ສິ​ກອນ​ໄດ້ 40.000 ກວ່າ​ຄອບ​ຄົວ. ຈາກ​ນີ້ ການ​ປູກດອກ​ຈິ່ນ​ຢິນ​ຮ​ວ່າ​ຈຶ່ງ​ໄດ້​ກາຍ​ເປັນ​ຊ່ອງ​ທາງສຳ​ຄັນ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸ​ຍາກ​ແລະ​ເພີ່ມ​ລາຍ​ຮັບ​​ໃຫ້​ແກ່ກະ​ສິ​ກອນ​ທ້ອງ​ຖິ່ນ​ນັບ​ມື້​ຫຼາຍ​ຂຶ້ນ.
1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ