ນົກ​ຍູງ​​ຢ້ຽມ​ຮ້ານ​ຂາຍ​ເຫຼົ້າ (ວິ​ດີ​ໂອ)
2017-06-09 16:37:43  cri 

 

​ເມື່ອ​ມໍ່ໆ​ມາ​ນີ້, ຮ້ານ​ຂາຍ​ເຫຼົ້າ​ຢູ່​ລອ​ສ​ແອນເຈີ​ລີ​ສ໌​ອາ​ເມ​ລິ​ກາ​ໄດ້​ຕ້ອນ​ຮັບ​ແຂກ​ພິ​ເສດ​ຜູ້​ໜຶ່ງ​ ເຊິ່ງ​ນັ້ນ​ກໍ​ຄືນົກ​ຍູງ​ແມ່​, ເຖິງວ່າ​ເຈົ້າ​ຂອງ​ຮ້ານຈະ​ໃຊ້​ທຸກວິ​ທີ ເພື່ອ​ເຊີນ​ມັນອອກ​ຈາກ​ຮ້ານ, ແຕ່​​ມັນ​ກໍ​ບໍ່​ຍອມ ແຖມຍັງ​ບິນ​ຂຶ້ນ​ໄປ​ງອຍ​ຢູ່​ຖ້ານ​ວາງ​ສິນ​ຄ້າ. ​ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່ສວນ​ສັດ​​ຫວັງ​ມາ​ຈັບ​, ເມື່ອ​ນົກ​ຍູງ​ໂຕ​ນີ້​ເຫັນ​​ຈິ່ງ​ຕົກ​ໃຈ ແລ້ວ​ພື​ປີກ​ໄປ​ຖືກແກ້ວ​ເຫຼົ້າ​​ຈົນ​ຕົກ​ລົງ​ແຕກ​​ສິບກວ່າ​ແກ້ວ. ​ເຈົ້າ​ໜ້າ​ທີ່​ສວນ​ສັດ​ໃຊ້​ຄວາມພະ​ຍາ​ຍາມ​ດົນ​ສົມ​ຄວນ, ຈິ່ງ​ສາ​ມາດ​ນຳ​ເອົາ​ນົກ​ຍູງອອກ​ຈາກ​ຮ້ານ​ໄດ້. ສຸດ​ທ້າຍ, ເຈົ້າ​ຂອ​ງ​ຮ້ານ​ເວົ້າຢອກ​ວ່າ, ນົກ​ຍູງ​ໂຕ​ນີ້ມີ​ລົດ​ນິ​ຍົມ​ສູງຫຼາຍ ຍ້ອນ​ວ່າແກ້ວ​​ເຫຼົ້າ​ທີ່ແຕກ​​ນັ້ນ​ຄືເຫຼົ້າ​ທີ່​ມີ​ລາ​ຄາ​ແພງ​ທີ່​ສຸດ​ແລະ​ດີ​ທີ່ສຸດ​ໃນ​ຮ້ານ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ