ເຢ​ເມນອາດ​ຈະ​ມີຜູ້​ຕິດ​ພະ​ຍາດ​ອະ​ຫິ​ວາຫຼາຍກວ່າ 1 ແສນ​ຄົນ
2017-06-09 16:22:10  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ອົງ​ການ​ອະ​ນາ​ໄມ​ໂລກ​ຖ​ະ​ແຫຼງ​ໃນ​ວັນ​ທີ 8 ມິ​ຖຸ​ນານີ້​ວ່າ, ປະ​ຊາ​ຊົນເຢ​ເມນອາດ​ຈະ​ຕິດ​ພະ​ຍາດ​ອະ​ຫິ​ວາ​ຫຼາຍກວ່າ​ໜຶ່ງ​ແສນ​ຄົນ ແລະ​ປັດ​ຈຸ​ບັນມີ 789 ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ພາຍ​ໃນ 24 ຊົ່ວ​ໂມງ​ຄື​ແຕ່​ວັນ​ທີ 7-8 ເດືອນນີ້, ມີ​ຜູ້​ຖືກ​ສົງ​ໄສ​ຕິດ​ພະ​ຍາດ​ດັ່ງ​ກ່າວ​ເພີ່ມ​ຂຶ້ນ 5620 ຄົນ ສົ່ງ​ຜົນ​ເຮັດ​ໃຫ້​ຍອດ​​ຜູ້​ຖືກ​ສົງ​ໄສ​ຕິດ​ພະ​ຍາດ​ເພີ່ມ​ຂຶ້ນ​ເປັນ 1 ແສນ 1810 ຄົນ, ຂະ​ນະ​ທີ່​ຜູ້​ເສຍ​ຊີ​ວິດ​ກໍ​ເພີ່ມ​ຂຶ້ນ 43 ຄົນ ເຮັດ​ໃຫ້​ຍອດ​​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ເປັນ 789 ຄົນແລ້ວ. ຂະ​ນ​ະ​ດຽວ​ກັນ ຄື​ກ່ອນ​ໜ້ານີ້​ແຕ່ 3 ມື້​ເທົ່າ​ນັ້ນ, ​ກໍ​ມີ 103 ຄົນ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ອະ​ຫິ​ວາ.

    ຂ່າວ​ແຈ້ງວ່າ, ເມື່ອ​ທ້າຍ​ປີ​ຜ່ານ​ມາ, ຢູ່​ປະ​ເທດ​ເຢ​ເມນ ໄດ້​ເກີດ​ພະ​ຍາດ​ອະ​ທິ​ວາ​ລະ​ບາດ, ແຕ່​ກໍ​ສາ​ມາດຄວບ​ຄຸມ​ໄວ້​ໄດ້​ພຽງເວ​ລາ​ສັ້ນ​ເທົ່າ​ນັ້ນ ແລະ​ມາ​ຮອດ​ທ້າຍ​ເດືອນ​ເມ​ສາ​ຜ່ານ​ມາ ໄດ້​ລະ​ບາດ​ຂຶ້ນ​ອີກ. ກ່ອນ​ໜ້ານີ້, ອົງ​ການ​ອະ​ນາ​ໄມ​ໂລກ​​ເປີດ​ເຜີຍ​ວ່າ, ​ການ​ເກີດສົງ​ຄາມ​ທີ່​ຕໍ່​ເນື່ອງ ໄດ້​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ, ​ຂາດກາ​ນ​ສະ​ໜອງ​ນ້ຳ​ບໍ​ລິ​ໂພກ ແລະ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ຄື​ສາ​ເຫດ​ຕົ້ນ​ຕໍ​ຂອງ​ການ​ເກີດ​ພະ​ຍາດ​ອະ​ຫິ​ວາ​ລະ​ບາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ