ຈັບໄດ້​ແລ້ວຜູ້​ວາງ​ແຜນກໍ່​ເຫດ​ລະ​ເບີດ​ສະ​ຖາ​ນີ​ລົດ​ເມ​ຈາ​ກາ​ຕາ
2017-06-09 16:31:10  cri 
    ຕາມ​ຂ່າວ​ສານ​ຈີນ: ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ວ່າ, ຜູ້​ວາງ​ແຜນກໍ່​ເຫດ​ລະ​ເບີດ​ສະ​ຖາ​ນີ​ລົດ​ເມ​ຈາ​ກາ​ຕາ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່າ​ນ​ມານັ້ນ ໄດ້​ຖືກ​ຈັບ​ຢູ່​ບັນ​ດຸງ​ໃນ​ວັນ​ທີ 7 ມິ​ຖຸ​ນານີ້.

    ພັນ​ເອກ ມາ​ທີ​ນຸ​ສ ຊີ​ທົມ​ພຸນ ໂຄ​ສົກ​ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ກອງ​ພິ​ເສດ​ຕ້ານ​ການກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ຕົນ ສາ​ມາດ​ຈັບ​ຜູ້ກໍ່​ເຫດ​ໄດ້​ຊື່​ວ່າ MA ​ເຊິ່ງ​ເປັນຜູ້​ວາງ​ແຜນ​ຕົ້ນ​ຕໍ​ກໍ່​ເຫດ​​ລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່​ສະ​ຖາ​ນີ​ລົດ​ເມ​ຈາ​ກາ​ຕາ​ໄດ້ຢູ່​ບ້ານ​ໜຶ່ງ​ຂອງ​ເມືອງ​ບັນ​ດຸງ​ໃນ​ເວ​ລາ 7 ໂມງ 45 ນາ​ທີ​ໃນ​ມື້​ດຽວ​ກັນ, ສ່ວນ ຜູ້​ຕ້ອງ​ຫາ​ອີກ​ຜູ້​ໜຶ່ງຊື່​ວ່າ WT ກໍ​ຖືກ​ຈັບ​ໃນ​ມື້​ດຽວ​ກັນ​ເຊັ່ນ​ດຽວ​ກັນ.

    ຂ່າວ​ແຈ້ງວ່າ, MA ຖືກ​ສົງ​ໄສ​ຮ່ວມ​ກັບ KiKi ຜູ້​ຕ້ອງ​ຫາ​ອີກ​ຜູ້​ໜຶ່ງ ​ປະ​ສານກັບ​ຜູ້​ທີ່​ເສຍ​ສະຫຼະ​ຊີ​ວິດກໍ່​ເຫດ​ການ 2 ຄົນ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ຜ່ານ​ມາ ແລະ​ສັ່ງ​ໃຫ້​ພວກ​ເຂົາ​ໄປ​ກໍ່​ເຫດ​ການ​ລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່​ສະ​ຖາ​ນີ​ລົດ​ເມ​ແຫ່ງ​ໜຶ່ງ​ຢູ່​ເຂດ​ຕາ​ເວັນ​ອອກ​ຈາ​ກາ​ຕາ. ກ່ອນ​ໜ້ານີ້, ກອງ​ພິ​ເສດ​ຕ້ານ​ການກໍ່​ການ​ຮ້າຍ​ແລະ​ຕຳຫຼວດ​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​ໄດ້​ຮ່ວມ​ມື​ກັນ​ຈັບ KiKi ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ