ຈີນ​ຊ່ວຍ​ອິນ​ໂດ​ເນ​ເຊຍ​ສ້າງສະ​ພາບ​ແວດ​ລ້ອມ​ໃນ​ເຂດ​ຊຸມ​ຊົນ
2017-06-09 16:47:04  cri 
    ສະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ ແລະ ສະ​ມາ​ຄົມ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ອິນ​ໂດ​ເນ​ເຊຍ ໄດ້ຮ່ວມ​ກັນ​ຊ່ວຍ​ເຫຼືອ​ປະ​ຊ​າ​ຊົນ​ແຂວງ​ບັນ​ເຕັນ​ອິນ​ໂດ​ເນ​ເຊຍ​ໂດຍ​ການກໍ່​ສ້າງໂຄງ​ການ​ສາ​ທາ​ລະ​ນ​ະ​ປະ​ໂຫຍດ​ ​ເພື່ອ​ສະ​ໜັບ​ສະ​ໜູນ​ແຜນ​ການ "ອະ​ນາ​ໄມ​ຮອບ​ດ້ານ​ທີ່​ຊີ້​ນຳ​ໂດຍ​ເຂດ​ຊຸມ​ຊົນ" ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຊົມ​ໃຊ້​ນ້ຳ​ສະ​ອາດ​, ລະ​ບົບ​ການ​ສ້າງ​ອະ​ນາ​ໄມ. ທັງ​ເປັນ​ການແກ້​ໄຂ​ບັນ​ຫາ​ຂາດ​ນ້ຳ​ແລະ​ຂາດ​ຫ້ອງ​ນ້ຳ.

    ຂ່າວ​ແຈ້ງວ່າ, ​ກ່ອນ​ໜ້ານີ້​ບໍ່​ດົນ, ​ໂຄງ​ການ​ດັ່ງ​ກ່າວທີ່​ສຳ​ເລັດ​ການກໍ່​ສ້າງ​ແລະ​ຕິດ​ຕັ້ງ​ນັ້ນ ປະ​ກອບມີ​ນ້ຳ​ສ້າງ, ຖັງ​ນ້ຳ, ອຸ​ປະ​ກອນ​​ຕອງ​ນ້ຳ, ຫ້ອງ​ນ້ຳ, ຫ້ອງ​ອາບ​ນ້ຳ ແລະ​ອື່ນໆ ເຊິ່ງສາ​ມາດ​ສະ​ໜອງ​ນ້ຳ​ສະ​ອາດ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໃນ​ການ​ບໍ​ລິ​ໂພກພ້ອມ​ທັງ​ສະ​ໜອງ​ຫ້ອງ​ນ້ຳ​ທີ່​ໄດ້​ຕາມ​ມາດ​ຖານ​ອະ​ນາ​ໄມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ