ທ່ານ​ສີ​ຈິ້ນ​ຜີງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ17ຂອງ​ສະ​ພາມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ
2017-06-10 13:54:54  cri 
ວັນ​ທີ9ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ17ຂອງ​ສະ​ພາມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ອັ​ສ​ທາ​ນາ​ປະ​ເທດກາ​ຊັກ​ສະ​ຖານ. ທ່ານ​ສີ​ຈິ້ນ​ຜີງ,ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ "ສາ​ມັກ​ຄີ​ປະ​ສານ​ສົມ​ທົບ​ກັນ ເປີ​ດກວ້າງ​ແລະ​ມີ​ຄວາມ​ໂອບ​ອ້ອມ​ອາ​ລີ, ສ້າງ​ຄອບ​ຄົວ​ຮ່ວມ​ທີ່​ປອດ​ໄພ ໝັ້ນ​ຄົງ ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ", ໂດຍ​ກ່າວ​ເນັ້ນ​ວ່າ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຕ້ອງ​ເນັ້ນ​ສະ​ຕິ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ, ​ເພີ່ມ​ຄວາມ​ສາ​ມັກ​ຄີ​ແລະ​ປະ​ສານ​ສົມ​ທົບ​ກັນ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຮັດ​ແໜ້ນ​ສາຍ​ພົວ​ພັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ແບບ​ໂອບ​ອ້ອມ​ອາ​ລີ, ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ​ໃຫ້​ແກ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ.


ທ່ານ​ສີ​ຈິ້ນ​ຜີງ​ໄດ້​ວາງ​ຂໍ້​ສະ​ເໜີ5ຂໍ້​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ຄື: ໜຶ່ງ, ເພີ່ມ​ຄວາມ​ສາ​ມັກ​ຄີ​ແລະ​ປະ​ສານ​ສົມ​ທົບ​ກັນ, ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ຄວາມ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ເພີ່ມ​ທະ​ວີ​ການ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອົງ​ການ​ນິ​ຕິ​ບັນ​ຍັດ,ພັກ​ການ​ເມືອງ,ແລະ​​ຕຸ​ລາ​ການ​ເປັນ​ຕົ້ນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ທີ່​ສະ​ເໝີ​ພາບ​ກັນ,ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ສຸກ​ຮ່ວມ​ທຸກ,ຮ່ວມ​ກັນ​ປ້ອງ​ກັນ​ຄວາມ​ໝັ້​ນ​ຄົງ. ສອງ, ຮ່ວມ​ມື​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ. ຈີນ​ມີ​ເຈດ​​ຕະ​ນາ ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ອົງ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ, ລິ​ເລີ່ມ​ຈັດກອງ​ປະ​ຊຸມ​​ເວ​ທີ​ປຶກ​ສາ​ຫາ​ລື​ວຽກ​ງານ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ, ກຳ​ນົດ​ໂຄງ​ຮ່າງວ່າ​ດ້ວຍ​ການ​ຮ່ວມ​ມື​ຕໍ່​ຕ້ານ "ອິດ​ທີ​ກຳ​ລັງກໍ່​ການ​ຮ້າຍ,ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ແລະ​ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງ" ໃນ3ປີ​​ຂ້າງໜ້າ​ນີ້. ສາມ, ລົງ​ເລິກ​ການ​ຮ່ວ​ມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ. ຈີນ​ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​​ປະ​ເທດຕ່າງໆ,ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ເພື່ອ​ເລື່ອງ​ນີ້. ສີ່, ຮັດ​ແໜ້ນ​ສາຍ​ພົວ​ພັນ​ທາງ​ດ້ານ​ວັດ​ທ​ະ​ນະ​ທຳ. ຫ້າ, ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ແບບ​ໂອບ​ອ້ອມ​ອາ​ລີ. ຈີນ​ສະ​ໜັບ​ສະ​ໜູນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຮ່ວມ​ມື​ກັບ​ປະ​ເທດສັງ​ເກດ​ກາ​ນ, ຄູ່​ເຈ​ລະ​ຈາ​ແລະ​ປະ​ເທດ​ອື່ນໆ, ​ແລະເຫັນ​ດີ​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສືບ​ຕໍ່​ເປີດກວ້າງ​ການ​ແລ​ກ​ປ່ຽນ​​ກັບອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ອື່ນໆ.


ຜູ້​ນຳ​ປະ​ເທດ​ຕ່າງໆ​ທີ່​ຮ່ວມປະ​ຊຸມ​ເຫັນດີເປັນ​ເອ​ກະ​ພາບ​ກັນ​ວ່າ, ການ​​ເພີ່ມສະ​ມາ​ຊິກ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​, ແລະ​ເພີ່ມ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຂອງ​ຕົນ. ​ໂດຍ​ຢູ່​ບົນ​ພື້ນ​ຖານຫຼັກ​ການ​ເຄົາ​ລົບ​ກັນ,ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ບໍ່​ປະ​ທະ​ກັນ, ບໍ່​ເປັນ​ປໍ​ລະ​ປັກ​ກັນ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ສະ​ເໝີ​ພາບ​ກັນ​ແລະ​ຄວາມ​ໝັ້ນ​ຄົງ​ທີ່​ຕັດ​ແຍກ​ຈາກ​ກັນ​ບໍ່​ໄດ້, ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນ​ແລະ​ກັນ​ແລະຫຼັກ​ການ​ອື່ນໆ, ສ້າງໂລກ​ທີ່​ມີຫຼາຍ​ຂົ້ວ​ທີ່​ທ່ຽງທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ແລະ​ຜົນ​ປະ​ໂຫຍດປະ​ເທດ​ໃຜ​ລາວ​, ຊຸກ​ຍູ້​ການ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງມວນ​ມະ​ນຸດ.


ປະ​ມຸກ​ລັດ​ປະ​ເທດ​ສະ​ມ​ຊິກ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຍັງ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຕ່າງໆ, ເຊັ່ນ: "ຖະ​ແຫຼງ​ການ​ອັ​ສ​ທາ​ນາ​ຂອງ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ", "ສົນ​ທິ​ສັນ​ຍາ​ຕໍ່​ຕ້ານ​ລັດ​ທິ​ຫົວ​ຮຸນ​ແຮງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ"​ແລະ​ອື່ນໆ. ກອງ​ປະ​ຊຸມ​ຍັງ​ໄດ້​ເຜີຍ​ແຜ່ "ຖະ​ແຫຼງ​ການ​ຂອງ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ກ່ຽວ​ກັບ​ການຮ່ວມ​ກັນ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນ" ແລະ "ຖະ​ແຫຼງ​ຂ່າວກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ