ທ່ານ​ສີ​ຈິ້ນ​ຜີງ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ທ່ານທິນ​ຈໍ ປະ​ທ​າ​ນາ​ທິ​ບໍ​ດີ​ມຽນ​ມາ​ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ຍົນທະ​ຫານ​ຕົກ
2017-06-10 14:11:51  cri 
ວັນ​ທີ9ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ທ່ານ​ທິນ​ຈໍ,ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ຍົນ​​ທະ​ຫານ​ມຽນ​ມາ​ຕົກ, ໂດຍ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ, ແລະ​ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ມຽ​ນ​ມາ ໂດຍ​ສະ​ເພາະ​ແມ່ນ​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ.

​ໃນ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​​ຂອງ​ທ່ານ​ຂ​ຽນວ່າ, ໃນ​ຖາ​ນະ​ເປັນ​ປະ​ເທ​ດ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ, ຈີນ​ຮູ້​ສຶກ​ເສົ້າ​ສະຫຼົດ​ໃຈ​ຄື​ກັນ​ກັບ​ລັດ​ຖະ​ບານ​ແລະ​ປ​ະ​ຊາ​ຊົນ​ມ​ຽນ​ມາ, ແລະ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ປະ​ສານ​ງານ​ຢ່າງ​ແຂງ​ແຮງ​ແກ່​ມຽນ​ມາ​ໃນ​ການ​ແກ້​ໄຂວຽກ​ງານຫຼັງ​ເຫດ​ທີ່​ກ່ຽວ​ຂ້ອງ​ຕາມ​ຄວາມ​ປາ​ຖະ​ໜາ​ແລະ​ຄວາມ​ຕ້ອງ​ການ​ຂອງ​ມຽນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ